ເມື່ອຮອດລະດູຝົນ, ມີຫຼາຍຄົວເຮືອນຢູ່ເຂດອ່າງແມ່ນ້ຳ Ayun, ຂຶ້ນກັບຕາແສງ Ia Hiao, ແຂວງ ຢາລາຍ, ພັດມີຄວາມວິຕົກກັງວົນຕໍ່ການເກີດສະພາບນ້ຳຖ້ວມ. ເພື່ອຊ່ວຍໃຫ້ປະຊາຊົນມີຊີວິດທີ່ປອດໄພກວ່າ, ໃນເດືອນມີນາ ປີນີ້, ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ອະນຸມັດຜ່ານໂຄງການຈັດສ້າງການປູກຝັງ, ເຂດຕັ້ງຖິ່ນຖານຄົງທີ່ໃຫ້ແກ່ເຂດຖືກຜົນສະທ້ອນຈາກໄພທຳມະຊາດຢູ່ຕາແສງ Ia Hiao. ເຂດຕັ້ງຖິ່ນຖານຄົງທີ່ໃໝ່ພວມຄ່ອຍໆເປັນຮູບເປັນຮ່າງ.
ໂຄງການຈັດສ້າງການປູກຝັງ, ເຂດຕັ້ງຖິ່ນຖານຄົງທີ່ສຸມໃຫ້ແກ່ປະຊາຊົນຢູ່ເຂດເກີດໄພພິບັດທຳມະຊາດ Ia Hiao (ແຂວງ ຢາລາຍ) ພວມໄດ້ຮັບການກໍ່ສ້າງຢູ່ບ້ານ ດຽມ 9, ໃນເນື້ອທີ່ກວ້າງກວ່າ 15 ເຮັກຕາ, ດ້ວຍຍອດເງິນລົງທຶນກວ່າ 120 ຕື້ດົ່ງ (4,6 ລ້ານ USD). ປະຈຸບັນ, ບັນດາຫົວໜ່ວຍພວມຮີບເຮັ່ງກໍ່ສ້າງລະບົບຄົມມະນາຄົມພາຍໃນ, ລະບົບໄຟຟ້າແຮງຕ່ຳ, ບັນດາກິດຈະກຳພື້ນຖານໂຄງລ່າງທີ່ຈຳເປັນໃຫ້ສຳເລັດ.
ບໍ່ພຽງແຕ່ສຸມໃສ່ພັດທະນາພື້ນຖານໂຄງລ່າງແລ້ວ, ອຳນາດການປົກຄອງຕາແສງຍັງເອົາໃຈໃສ່ໃນວຽກງານໂຄສະນາ, ຂົນຂວາຍເພື່ອໃຫ້ປະຊາຊົນເຂົ້າໃຈແຈ້ງນະໂຍບາຍຂອງພັກ ແລະ ລັດ. ທີ່ບັນດາການພົບປະ, ພໍ່ແມ່ປະຊາຊົນຈະໄດ້ເບິ່ງພາບຖ່າຍຕົວຈິງບັນດາເຂດທີ່ມັກຖືກນ້ຳຖ້ວມເປັນປະຈຳ, ຕິດຕາມຄວາມຄືບໜ້າຂອງການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ຊອກຮູ້ນະໂຍບາຍໜູນຊ່ວຍ. ລຸງ Ksor Tin, ແມ່ນໜຶ່ງໃນຈຳນວນຜູ້ຄົນທຳອິດຢູ່ບ້ານ Chu Plah Jai ມາຮັບທີ່ດິນຕອນໃໝ່ເພື່ອປຸກສ້າງເຮືອນ ໃຫ້ຮູ້ວ່າ:
"ພວກເຮົາມາເບິ່ງທີ່ດິນຢູ່ທີ່ນີ້, ມັນດີຫຼາຍ. ຢູ່ໃກ້ກັບບ້ານ, ມີໂຮງຮຽນ, ມີເດີ່ນກິລາບານເຕະ. ທີ່ດິນຢູ່ເທິງໂນນພູສູງດີທີ່ສຸດ, ຢູ່ນີ້ ເດັກນ້ອຍຈະມີຄວາມປອດໄພກວ່າ; ບໍ່ຕ້ອງແລ່ນໜີຈາກນ້ຳຖ້ວມຄືກັບປີກ່ອນນີ້. ສະຖານທີ່ແຫ່ງນີ້ດີກວ່າບ້ານເກົ່າຫຼາຍ. ດ້ວຍການໜູນຊ່ວຍຈາກລັດ, ອຳນາດການປົກຄອງແຂວງ ກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ໃຫ້ແກ່ປະຊາຊົນ, ຂ້າພະເຈົ້າບໍ່ຮູ້ຈະເວົ້າຫຍັງຕືີມອີກ, ຂໍຂອບໃຈຫຼາຍໆ".
ພາຍຫຼັງການພົບປະເປັນສອງຄັ້ງ, ໄດ້ມີ 67 ຄອບຄົວເຫັນດີຮັບທີ່ດິນ, ໃນນັ້ນ ຄັ້ງທຳອິດມີ 22 ຄອບຄົວ ແລະ ອີກ 45 ຄອບຄົວໃນຄັ້ງທີສອງ. ນີ້ແມ່ນສັນຍານທີ່ຕັ້ງໜ້າ, ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ແຜນນະໂຍບາຍຍົກຍ້າຍໄປສູ່ເຂດພັກອາໄສແຫ່ງໃໝ່. ອ້າຍ ໄນຈຸກ, ຢູ່ບ້ານ ໂຊມາເລີງ, ໄດ້ແບ່ງປັນວ່າ:
"ຄອບຄົວຂ້າພະເຈົ້າອາໄສຢູ່ແຄມແມ່ນໍ້າ, ແມ່ນເຂດດິນຖືກເຊາະເຈື່ອນ. ໂຊກດີທີ່ຂ້າພະເຈົ້າຈົກສະຫຼາກໄດ້ເລກທີ 63, ເຂດດິນໃກ້ກັບໂຮງຮຽນອະນຸບານ, ກໍ່ກົງກັບເວລາທີ່ລູກຂອງຂ້າພະເຈົ້າຈະເລີ່ມເຂົ້າຮຽນອະນຸບານໃນປີນີ້. ຄອບຄົວຂອງຂ້າພະເເຈົ້າກໍ່ພູມໃຈຢາກຍ້າຍໄປຢູ່ໃນໄວໆນີ້, ຍ້ອນວ່າ ລະດູຝົນກໍ່ພວມມາຮອດແລ້ວ".
ກ່ອນທີ່ຈະດຳເນີນການຊ່ວຍປະຊາຊົນຍົກຍ້າຍໄປຢູ່ບ່ອນໃໝ່, ທາງຕາແສງໄດ້ຈັດພິທີເລີ່ມເຄື່ອນໄຫວ "ສ້າງບ້ານໃໝ່ - ພື້ນທີ່ສີຂຽວ" ຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຈາກເຂດປະສົບກັບໄພທຳມະຊາດ. ຢູ່ທີ່ນີ້, ຜູ້ຕາງໜ້າການນຳຕາແສງ, ອົງການຈັດຕັ້ງ, ໝູ່ຄະນະພ້ອມກັບປະຊາຊົນໄດ້ປູກຕົ້ນຫູກວາງ 250 ຕົ້ນຢູ່ລຽບຕາມເຂດທີ່ຢູ່ອາໄສ. ທ່ານ R’Ô Thi, ຮອງຫົວໜ້າຫ້ອງການເສດຖະກິດຕາແສງ Ia Hiao ໃຫ້ຮູ້ວ່າ ໂຄງການດັ່ງກ່າວໄດ້ຈັດໃຫ້ປະຊາຊົນປະມານ 180 ຄອບຄົວ. ຍ້ອນຍູ້ແຮງວຽກງານໂຄສະນາ, ຂົນຂວາຍ ປີນີ້ຈະມີປະມານ 100 ຄອບຄົວຍ້າຍໄປອາໄສຢູ່ບ້ານແຫ່ງໃໝ່.
"ໃນໄລຍະຜ່ານມາ, ຕາແສງ Ia Hiao ໄດ້ປະຕິບັດເຮັດວຽກໂຄສະນາເປັນຢ່າງດີ, ຂົນຂວາຍບັນດາຄອບຄົວທີ່ຖືກຜົນສະທ້ອນຍ້ອນໄພພິບັດທຳມະຊາດ, ເຂດມີຄວາມສ່ຽງຖືກນ້ຳຖ້ວມຍ້າຍໄປເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່. ມາຮອດປະຈຸບັນຂົນຂວາຍໄດ້ 100 ຄອບຄົວ. ຄາດວ່າ, ໃນເດືອນ ສິງຫາ, ເດືອນ ກັນຍາ, ຈະສືບຕໍ່ຂົນຂວາຍບັນດາຄອບຄົວທີ່ຍັງເຫຼືອຍ້າຍໄປໝົດ. ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ຮັບປະກັນຄວາມປອດໄພດ້ານຊີວິດອີນຊີ ແລະ ຊັບສິນໃຫ້ແກ່ພໍ່ແມ່ປະຊາຊົນ".
ພ້ອມກັບນະໂຍບາຍຂອງລັດໜູນຊ່ວຍກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່, ໃນໄລຍະຜ່ານມາ, ບັນດາກົມກອງທະຫານໄດ້ສຳຫຼວດ, ສ້າງແຜນການເພື່ອຊ່ວຍປະຊາຊົນໃນການຍົກຍ້າຍເຮືອນ ແລະ ຊັບສິນຂອງປະຊາຊົນໄປຍັງເຂດເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່. ມີພະນັກງານ, ຜູ້ບັນຊາການ, ທະຫານກອງຮ້ອຍທະຫານບົກເລກ 1, ກອງບັນຊາການປ້ອງກັນເຂດ 3 – ຖົງເຍີດ (ກອງບັນຊາການທະຫານແຂວງ ຢາລາຍ) ກວ່າ 50 ຄົນ ໄດ້ເຄື່ອນຂະບວນໄປຍັງຕາແສງ Ia Hiao ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນມ້າງເຮືອນ, ຍົກຍ້າຍເຄື່ອງຂອງ ແລະ ກໍ່ສ້າງເຮືອນຫຼັງໃໝ່ຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່.
ຈາກບັນດາເຮືອນທີ່ຖືກໄພນາບຂູ່ຖືກນໍ້າຖ້ວມເປັນປະຈຳ, ປະຊາຊົນ Ia Hiao ຈະມີບ່ອນຢູ່ອາໄສທີ່ປອດໄພກວ່າ, ຮັບປະກັນຊີວິດການເປັນຢູ່ເປັນຢ່າງດີກວ່າ. ຜ່ານນັ້ນ ກໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ປະຊາຊົນເຂດທີ່ປະສົບກັບໄພພິບັດທຳມະຊາດຢູ່ແຂວງ ຢາລາຍ.








