TEAM LEE ແລະ ວິວັດການເຮັດພາບເຄິ່ງຄີງ ນັກຮົບວິລະຊົນ 30 ຄົນ ຂອງກຳລັງປະກອບອາວຸດໃນບັ້ນຮົບ ດ້ຽນບຽນຝູ
11/05/2024 05:00
(VOVWORLD) - Team Lee (ທິມລີ) ລວມມີຊາຍໜຸ່ມ 12 ຄົນ ມາຈາກຫຼາຍແຂວງ, ນະຄອນ. ເຂົາເຈົ້າລ້ວນແຕ່ມີຄວາມເມົາມົວອັນດຽວກັນ ນັ້ນແມ່ນການປັບແຕ່ງພາບ ແລະ ເຮັດຮູບນັກຮົບເສຍສະຫຼະຊີວິດເພື່ອຊາດຄືນໃໝ່ໂດຍບໍ່ເກັບຄ່າ, ແນໃສ່ຊ່ວຍບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດບັນເທົາຄວາມໂສກເສົ້າເສຍໃຈ ແລະ ມີຮູບເພື່ອລະນຶກເຖິງຍາດພີ່ນ້ອງຂອງຕົນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 7 ພຶດສະພາ 1954 – 7 ພຶດສະພາ 2024), ບັນດາສະມາຊິກໃນ Team Lee ໄດ້ໄປຍັງນະຄອນ ດ້ຽນບຽນ, ໂດຍຖືຮູບເຄິ່ງຄີງຂອງນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນໃນບັ້ນຮົບດ້ຽນບຽນຝູ 30 ຄົນ ທີ່ໄດ້ເຮັດໃໝ່ແລ້ວ ໄປມອບໃຫ້ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ.

ພິທີມອບຮັບຮູບເຄິ່ງຄີງ
TAG
VOV/VOVworld/ຮູບເຄິ່ງຄີງ/ນັກຮົບວິລະຊົນ/ດ້ຽນບຽນຝູ
Related








