VOV WorldVOV World
65 ປີ ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ແລະ ໄລ​ຍະ​ທາງ​ໃນ​ພາຍ​ພາກ​ໜ້າ
15/11/2020 07:00
(VOVWORLD) - “ອາດເວົ້າໄດ້ວ່າ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນບັນດາຄູ່ຮ່ວມມືທີ່ມີຄວາມຜູກພັນກັນຍ້ອນມີຈຸດຄ້າຍຄືກັນກ່ຽວກັບພື້ນຖານວັດທະນະທຳ, ສະພາບການປະຫວັດສາດ, ທີ່ຕັ້ງພູມສັນຖານຍຸດທະສາດ, ບັນດາຜົນປະໂຫຍດຄືກັນໃນພາກພື້ນ, ສາກົນ ແລະ ສຳຄັນທີ່ສຸດແມ່ນມູນເຊື້ອຄວາມສະໜິດຕິດພັນໂດຍປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Soekarno ໄດ້ສ້າງພື້ນຖານໄວ້. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດການກໍ່ສ້າງປະຊາຄົມອາຊຽນສາມັກຄີ ແລະ ພັດທະນາ.”
65 ປີ ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ແລະ ໄລ​ຍະ​ທາງ​ໃນ​ພາຍ​ພາກ​ໜ້າ
ວັນ ທີ 30 ທັນ ວາ 1955, ອິນ ໂດ ເນ ເຊຍ ໄດ້ ກາຍ ເປັນ ປະ ເທດ ທຳ ອິດ ໃນ ພາກ ພື້ນ ອາ ຊີ ຕາ ເວັນ ອອກ ສ່ຽງ ໃຕ້ ທີ່ ສ້າງ ການ ພົ ວ ພັນ ທາ ງ ການ ທູດ ກັບ ຫວຽດ ນາມ ຢ່າງເປັນທາງການ . ປີ 2020 ເປັນ ຂີດ ໝາຍ 65 ປີ ແຫ່ ງວັນ ສ້າງ ຕັ້ງ ການ ພົວ ພັນ ທາງ ການ ທູດ ລະ ຫວ່າງ ຫວຽດ ນາມ - ອິ ນ ໂດ ເນ ເຊຍ . ຜ່ານ ບັນ ດາ ໄລ ຍ ະ ປະ ຫວັດ ສາດ ແລະ ການ ຜັນ ແປຫຼາຍ ຢ່າງ ໃນ ພາກ ພື້ນ ແລະ ໃນ ໂລກ , ຍາມ ໃດ ຫວຽດ ນາມ ແລະ ອິນ ໂດ ເນ ເຊຍ ກໍ ໃຫ້ ການ ຊ່ວຍ ເຫຼືອ ເຊິ່ງ ກັນ ແລະ ກັນ . ດ້ວຍ ບັນ ດາ ຄວາມ ມາ ນະ ພະ ຍາ ຍາມ ຢ່າງໃຫຍ່ຫຼວງ ຂອງ ການ ນຳລຸ້ນ ຕ່າງ ໆ ແລະ ປະ ຊາ ຊົນ ສອງ ປະ ເທດ , ການ ພົວ ພັນ ມິດ ຕະ ພາບ ລະ ຫວ່າງ ສອງ ປະ ເທດ ໄດ້ , ພວມ ແລະ ຈະ ພັດ ທະ ນາ ຢ່າງ ແຮງ , ເລິກ ເຊິ່ງກວ້າງ ຂວາງ ແລະ ມີ ປະ ສິດ ທິ ຜົນ ໃນ ການ ພົວ ພັນ ສອງ ຝ່າຍ ແລະ ຫຼາຍ ຝ່າຍ ແລະ ຫວຽດ ນາມ - ອິ ນ ໂດ ເນ ເຊຍ ໄດ້ ກາຍ ເປັນ ຄູ່ ຮ່ວມ ມື ສຳ ຄັນ ໃນ ພາກ ພື້ນ .         “ ອາ ດ ເວົ້າ ໄດ້ ວ່າ ຫວຽດ ນາມ ແລະ ອິ ນ ໂດ ເນ ເຊຍ ແມ່ນ ບັນ ດາ ຄູ່ ຮ່ວມ ມືທີ່ມີ ຄວາມຜູກ ພັນ ກັນ ຍ້ອ ນ ມີ ຈຸດ ຄ້າຍ ຄື ກັນ ກ່ຽວ ກັບ ພື້ນ ຖານ ວັດ ທະ ນະ ທຳ , ສະ ພາບ ການ ປະ ຫວັດ ສາດ , ທີ່ ຕັ້ງ ພູມ ສັນ ຖານ ຍຸດ ທະ ສາດ , ບັນ ດາ ຜົນ ປະ ໂຫຍດ ຄື ກັນ ໃນ ພາກ ພື້ນ , ສາ ກົນ ແລະ ສຳ ຄັນ ທີ່ ສຸດ ແມ່ນ ມູນ ເຊື້ອ ຄວາມ ສະ ໜິດ ຕິດ ພັນ ໂດ ຍ ປະ ທານ ໂຮ່ ຈີ ມິນ ແລະ ທ່ານ ປະ ທາ ນາ ທິ ບໍ ດີ Soekarno ໄດ້ ສ້າງ ພື້ ນ ຖານໄວ້ . ຫວຽດ ນາມ ແລະ ອິນ ໂດ ເນ ເຊຍ ໄດ້ ມີ ບັນ ດາ ການ ປະ ກອບ ສ່ວນ ຢ່າງ ຕັ້ງ ໜ້າ ໃຫ້ ແກ່ ວິ ວັດ ການ ກໍ່ ສ້າງ ປະ ຊາ ຄົມ ອາ ຊຽນ ສ າ ມັກ ຄີ ແລະ ພັດ ທະ ນ າ .”         ນັ້ນແມ່ນຄຳແບ່ງປັນຂອງທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫວນຄືນໄລຍະ 65 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ໄລຍະທາງໃນພາຍພາກໜ້າ” ທີ່ໄດ້ຈັດຂຶ້ນຜ່ານຮູບການ Hybrid - ເຊິ່ງເປັນການປະສານສົມທົບລະຫວ່າງຮູບການທາງອອນລາຍ ແລະ ຈັດການປະຊຸມໂດຍກົງ ໂດຍສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ສົມທົບກັບສະຖາບັນການຕ່າງປະເທດຈັດຕັ້ງຂຶ້ນໃນວັນທີ 26 ຕຸລາ 2020 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາ ຕ່າງກໍຖືວ່າ ໄລຍະ 65 ປີ ແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນໄລຍະທາງສ້າງຂີດໝາຍຫຼາຍເຫດການທີ່ສຳຄັນ, ເຊິ່ງໄດ້ເພີ່ມພູນຄູນສ້າງຈາກການພົວພັນທີ່ສະໜິດສະໜົມແບບພິເສດ ລະຫວ່າງ ປະທານໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ ແລະ ປະທານາທິບໍດີ Soekarno. ຜ່ານໄລຍະກວ່າ 6 ທົດສະວັດ, ຕໍ່ໜ້າບັນດາສິ່ງທ້າທາຍຂອງພາກພື້ນ ແລະ ໃນໂລກ, ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງໃຫ້ໝັ້ນແກ່ນ. ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອິນໂດເນເນຊຍ ຖືກສ້າງຕັ້ງຂຶ້ນໃນປີ 2003 ແລະ ໄດ້ຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ນັ້ນ ໄດ້ຢັ້ງຢືນໃຫ້ເຫັນການຖືເປັນສໍາຄັນຂອງທັງ ຫວຽດນາມ ແລະ ອິນໂດເນເຊຍ ສໍາລັບບົດບາດ ແລະ ທີ່ຕັ້ງຂອງກັນໃນພາກພື້ນ.
TAG
VOV/VOVworld/ອິນ​ໂດ​ເນ​ເຊຍ/ຫວຽດ​ນາມ/ການ​ຄ້າ/ເສດ​ຖະ​ກິດ

More