ໄທ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອການພັດທະນາແບບຍືນຍົງຂອງ ອາຊຽນ
26/05/2024 03:12
(VOVWORLD) - ເວທີປາໄສອະນາຄົດ ອາຊຽນ 2024 ດ້ວຍຫົວຂໍ້ “ການກໍ່ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ຮ່າໂນ້ຍ ຕາມຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນບັນດາພະຍານຫຼັກຖານໃຫ້ຄຳໝັ້ນສັນຍາ, ຄວາມຕັດສິນໃຈ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນຄວາມມານະພະຍາຍາມລວມໃນການສ້າງປະຊາຄົມ ອາຊຽນ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ມີບົດສຳພາດທ່ານ ວິຊາວັດ ອິດສະຫຼະພັກດີ, ຫົວໜ້າຄະນະຜູ້ແທນ ໄທ, ອະດີດຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ ໄທ, ປະຈຸບັນ ແມ່ນທີ່ປຶກສາກະຊວງການຕ່າງປະເທດ ໄທ ກ່ຽວກັບບົດບາດຂອງ ຫວຽດນາມ ກໍ່ຄື ໄທ ຢູ່ເວທີປາໄສຄັ້ງນີ້.

ເວ ທີ ປາ ໄສ ອະ ນາ ຄົດ ອາ ຊຽນ 2024 ຕາມຄຳແບ່ງປັນຂອງທ່ານ ວິ ຊາ ວັດ ອິດ ສະຫຼະ ພັກ ດີ, ຄະນະຜູ້ແທນ ໄທ ເຂົ້າຮ່ວມເວທີປາໄສຄັ້ງນີ້ ແມ່ນການສະແດງການສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອການພັດທະນາລວມ ແລະ ຍືນຍົງຂອງ ອາຊຽນ:
TAG
VOV/VOVworld/ເວທີປາໄສ/ອະນາຄົດອາຊຽນ/ສະໜັບສະໜູນ
Related
More








