VOV WorldVOV World
Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ
27/06/2021 01:00
(VOVWORLD) -ອ້າຍບ່າຍຊາວເຜົ່າຂະແມ ທີ່ມີຊື່ວ່າ Danh Chanh Da ຢູ່ຕາແສງ ດ້າຍເຕິມ, ເມືອງ ໝີຊວຽນ, ແຂວງ ຊອກຈັງ ໄດ້ພະຍາຍາມຮຽນຈົບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ນະຄອນ ໂຮ່ຈີມິນ. ຫຼັງຈາກນັ້ນ, ອ້າຍບ່າວຄົນນີ້ ໄດ້ຮັບສະໝັກເຂົ້າເຮັດວຽກເປັນນັກຂ່າວຢູ່ສຳນັກຂ່າວສານ ຫວຽດນາມ. ນັກຂ່າວຊາວເຜົ່າສ່ວນໜ້ອຍຜູ້ນີ້ ບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ຕາມການມອບໝາຍໄດ້ເປັນຢ່າງດີເທົ່ານັ້ນ ຫາກຍັງມີຄວາມມານະພະຍາຍາມຫຼາຍຢ່າງ, ເປັນແບບຢ່າງອັນໃສແຈ້ງຂອງເພື່ອນນັກຂ່າວຄົນອື່ນໆໃນເຂດຮ່ຳຮຽນຕາມ. ຕໍ່ໄປ ເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ແຈງຕຸຍ ດ້ວຍຫົວຂໍ້: Danh Chanh Da - ນັກຂ່າວຊາວເຜົ່າຂະແມທີ່ໄດ້ຮັບຫຼຽນໄຊຮ່ວມມືມິດຕະພາບສາກົນ”.
Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ
  ໂດຍກຳເນີດ ແລະ ເຕີບໃຫຍ່ຢູ່ຕາແສງ ດ້າຍເຕິມ ທີ່ມີມູນເຊື້ອເຮັດກະສິກຳ, ເຊິ່ງເປັນຕາແສງທີ່ມີອັດຕາຊາວເຜົ່າຂະແມກວມເອົາຫຼາຍກວ່າ 85% ປະຊາກອນ. ນັບແຕ່ຄາວຍັງນ້ອຍ, ຍ້ອນຄອບຄົວກໍປະສົບກັບຄວາມຫຍຸ້ງຍາກ, ເພື່ອສາມາດຮຽນໜັງສືໄດ້ ອ້າຍບ່າວ Danh Chanh Da ໄດ້ຍາດເວລາຕອນໜຶ່ງໄປຮຽນ, ສ່ວນຕອນໜຶ່ງຢູ່ເຮືອນຊ່ວຍເຫຼືອວຽກເຮືອນການຊານ, ວຽກໄຮ່ການນາ, ນັບທັງໄປຮັບຈ້າງເພື່ອຫາເງິນຊື້ປື້ມໄປໂຮງຮຽນ. Danh Chanh Da ມີຄວາມຮັກມັກໃນການຮຽນວິຊາວັນນະຄະດີ, ສະນັ້ນ, ນັບແຕ່ຄາວຍັງນ້ອຍ ລາວມີຄວາມຝັນຢາກກາຍເປັນນັກຂ່າວ. ດ້ວຍບັນດາຄວາມມານະພະຍາຍຍາມຂອງຕົນ,  ຄວາມຝັນຂອງ Danh Chanh Da ໄດ້ປະກົດຜົນເປັນຈິງ ເມື່ອໄດ້ເສັງເຂົ້າພາກວິຊາວັນນະຄະດີຂອງມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈີມິນ. ພາຍຫຼັງຮ່ຳຮຽນມາເປັນເວລາ 4 ປີ, Danh Chanh Da ກໍໄດ້ຮັບໃບປະກາດສະນີຍະບັດ ປະລິນຍາຕີໃນຄວາມປະຕິຊົມຊື່ນ ແລະ ພາກພູມໃຈຂອງທັງຄອບຄົວ ແລະ ຍາດຕິພີ່ນ້ອງ.    ຫຼັງຈາກທີ່ຮຽນຈົບ ແລະ ໄດ້ຮັບຂ່າວວ່າ ອົງການຜູ້ຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ ພາກໃຕ້ ພວມຕ້ອງການຮັບສະໝັກນັກຂ່າວ, Danh Chanh Da ໄດ້ກໍຍື່ນເອກະສານເພື່ອເສັງຄັດເລືອກເຂົ້າເຮັດ ແລະ ໄດ້ຮັບເຂົ້າມາເຮັດວຽກເປັນນັກຂ່າວຂອງ ຫ້ອງການຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳ ແຂວງ ຊອັກຈັງ - ບ້ານເກີດເມືອງນອນຂອງ Danh Chanh Da.
TAG
VOV/VOVworld/Danh Chanh Da/ນັກ​ຂ່າວ/ຂະ​ແມ/ຊ​ອັກ​ຈັງ

More