ເພີ່ມທະວີການຮ່ວມມືດ້ານເສດຖະກິດ,ການຄ້າ ລະຫວ່າງຫວຽດນາມ ແລະ ກຳປູເຈຍ
23/01/2015 06:06
(vovworld)- ໃນຊຸມປີຜ່ານມາ, ການພົວພັນສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ມີບັນດາບາດກ້າວພັດທະນາອັນດີງາມທັງລວງກວ້າງ ແລະ ລວງເລິກ.

(vovworld)- ໃນຊຸມປີຜ່ານມາ, ການພົວພັນສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ມີບັນດາບາດກ້າວພັດທະນາອັນດີງາມທັງລວງກວ້າງ ແລະ ລວງເລິກ. ສາຍພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຜ່ານຫລາຍລຸ້ນຄົນ ແລະ ພວມນັບມື້ນັບພັດທະນາຢ່າງວ່ອງໄວໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ.. ໃນນັ້ນ ການພົວພັນທາງດ້ານເສດຖະກິດ, ການຄ້າ ບັນລຸໄດ້ບັນດາບາດກ້າວບຸກທະລຸ ແລະ ກໍແມ່ນຫນຶ່ງໃນບັນດາປັດໄຈສຳຄັນ ປະກອບສ່ວນສ້າງການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງສອງປະເທດສຳເລັດຜົນ.
TAG
vovworld/ອຸດສາຫະກຳ
Related
More








