FPTU Muay Club – ເຊື່ອມຕໍ່ວັດທະນະທຳ, ປຸກລຸກຄວາມເມົາມົວກັບ ມວຍໄທ
22/11/2020 09:00
(VOVWORLD) - ມວຍໄທ ແມ່ນປະເພດກິລາພື້ນເມືອງຂອງຄົນ ໄທ ແລະ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຢູ່ຫຼາຍປະເທດໃນໂລກ ໃນນັ້ນ ມີ ຫວຽດນາມ. ຢູ່ຮ່າໂນ້ຍ, ມີສະໂມສອນຫຼາຍແຫ່ງສອນມວຍໄທໄດ້ຮັບການສ້າງຕັ້ງຂຶ້ນ ອັນໄດ້ດຶງດູດໃຈຜູ້ມີຄວາມເມົາມົວກັບກິລາປະເພດນີ້ເປັນຈຳນວນຫຼວງຫຼາຍ, ພິເສດແມ່ນບັນດາເພື່ອນໜຸ່ມ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນມາເກືອບ 2 ປີ, FPTU Muay Club ຂອງ ມະຫາວິທະຍາໄລ FPT ແມ່ນສະໂມສອນສັງກັດ ມະຫາວິທະຍາໄລແຫ່ງທຳອິດທີ່ສອນ ມວຍໄທ ໃຫ້ແກ່ນັກສຶກສາ. ຈຸດພິເສດຂອງສະໂມສອນແຫ່ງນີ້ແມ່ນ ເມື່ອມາທີ່ນີ້, ນັກສຶກສາບໍ່ພຽງແຕ່ໄດ້ຮຽນມວຍໄທເທົ່ານັ້ນ ຫາກຍັງມີໂອກາດໄດ້ຮຽນຮູ້ກ່ຽວກັບ ວັດທະນະທຳ ໄທ ຕື່ມອີກ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານພ້ອມກັບນັກຂ່າວ Minh Ngoc ໄປຊອກຮູ້ກ່ຽວກັບສະໂມສອນແຫ່ງນີ້.

17 ໂມງ 50 ນາທີ, ໃນເດີ່ນຝຶກມວຍຂອງສະໂມສອນ FPTU Muay Club, ຢູ່ໃນບໍລິເວນມະຫາວິທະຍາໄລ FPT ຮວ່າລາກ ເຊິ່ງຫ່າງຈາກໃຈກາງນະນອນຮ່າໂນ້ຍ 40 ກິໂລແມັດໄດ້ມີການເຕົ້າໂຮມກັນເປັນຈຳນວນຫຼາຍ. ເດີ່ນຝຶກມວຍມີເນື້ອທີ່ກວ້າງປະມານ 300 ຕາແມັດ, ຫຼັງຄາມຸງ ແລະ ດ້ວຍແຜ່ນຢາງນຸ້ມບາງເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດາຜູ້ຝຶກໃນຂະນະຝຶກຊ້ອມ. ທ້າວ ຫງວຽນດວານຟຸ່ງ, ນັກສຶກສາພະແນກ Marketing, ມະຫາວິທະຍາໄລ FPT ແມ່ນສະມາຊິກຄົນໃໝ່ຂອງສະໂມສອນ ໄດ້ມີໜ້າໄວກວ່າໝູ່. ຟຸ່ງ ພວມຍາດແຍ່ງເວລາຊ້ອມຄືນທ່າຕ່າງໆທີ່ໄດ້ຮຽນມາໃນຊົ່ວໂມງກ່ອນ. ສຳລັບ ຟຸ່ງ ແລ້ວ, ແຕ່ລະຊົ່ວໂມງຝຶກຊ້ອມຢູ່ສະໂມສອນແມ່ນ ໄລຍະເວລາທີ່ລາວມັກທີ່ສຸດ. ເມື່ອແບ່ງປັນກ່ຽວກັບບຸນວາດສະໜາທີ່ ຟຸ່ງ ໄດ້ເຂົ້າຮ່ວມສະໂມສອນດັ່ງກ່າວ, ຟຸ່ງ ໃຫ້ຮູ້ວ່າ: “ຢູ່ໂຮງຮຽນມີຫຼາຍສະໂມສອນກິລາປະເພດມວຍ ແຕ່ວ່າ ມວຍໄທ ແມ່ນຄວາມເມົາມົວຂອງນ້ອງມາແຕ່ດົນນານແລ້ວ. ນັບແຕ່ຕອນນ້ອງຮຽນ ປໍ 5, ນ້ອງມີຄວາມມັກຮັກກັບມວຍໄທຢູ່ແລ້ວ ແລະ ກໍບອກນຳຕົນເອງວ່າ ເມື່ອເຂົ້າຮຽນມະຫາວິທະຍາໄລຈະຊອກສະໂມສອນມວຍໄທ ເພື່ອເຂົ້າຮ່ວມໃຫ້ສົມໃຈ ແລະ ກໍໂຊກດີທີ່ມະຫາວິທະຍາໄລຂອງນ້ອງພັດມີສະໂມສອນສອນມວຍໄທໃຫ້ແກ່ນັກສຶກສາ, ນ້ອງກໍເລີຍລົງທະບຽນເຂົ້າຮ່ວມ. ນ້ອງມັກມວຍໄທ ເພາະວ່າ ມວຍຊະນິດນີ້ມີລັກສະນະກຽມພ້ອມຕີຕ້ານສູງ ແລະ ມີຈຸດເດັ່ນຫຼາຍກວ່າມວຍຊະນິດອື່ນໆ”.
TAG
VOV/VOVworld/ມວຍໄທ/FPTU Muay Club
Related
More








