ຫວຽດນາມ ໃນປີເປັນປະທານ ອາຊຽນ 2020
10/11/2019 05:00
(VOVWORLD) -ນັບແຕ່ເດືອນພະຈິກນີ້, ຫວຽດນາມ ໄດ້ຮັບຖານະບົດບາດເປັນປະທານອາຊຽນ ປີ 2020 ຈາກປະເທດໄທ. ຫຼາຍປະເທດໄດ້ໃຫ້ການຕີລາຄາວ່າ ເລື່ອງຫວຽດນາມ ຮັບຖານະບົດບາດເປັນປະທານ ອາຊຽນໃນປີ 2020 ຈະແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ ແຕ່ກໍຕັ້ງຄວາມຫວັງວ່າ ຫວຽດນາມ ຈະປະຕິບັດສຳເລັດບົດບາດດັ່ງກ່າວເປັນຢ່າງດີ. ນີ້ກໍແມ່ນເນື້ອໃນຂອງການໂອ້ລົມສົນທະນາດ້ວຍຫົວຂໍ້: “ອາຍຸການເປັນປະທານ ອາຊຽນ ຂອງໄທ ແລະ ບົດບາດຂອງອາຊຽນໃນການພັດທະນາຂອງບັນດາປະເທດ ແລະ ພາກພື້ນ” ທີ່ຫາກໍຈັດຂຶ້ນຢູ່ຮ່າໂນ້ຍ. ການໂອ້ລົມສົນທະນາດັ່ງກ່າວ ໂດຍສະຖາບັນການຕ່າງປະເທດ ສົມທົບກັບ ສະຖານທູດໄທ ປະຈຳ ຮ່າໂນ້ຍ ຈັດຂຶ້ນ ດ້ວຍການບັນລະຍາຍຂອງ 2 ທ່ານ ຄື ທ່ານ ກາວີ ຈົງກີດຖາວອນ, ນັກຊ່ຽວຊານສັງກັດສະຖາບັນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ (ໄທ) ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ.

ປີ 2020 ຈະມາເຖິງນີ້, ຫວຽດນາມ ຈະເລີ່ມດຳເນີນຖານະບົດບາດເປັນປະທານ ອາຊຽນ ດ້ວຍບັນດາສິ່ງທ້າທາຍ ໃນສະພາບການໂລກ ແລະ ພາກພື້ນ ມີການຜັນແປຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍຕາມ, ຫວຽດນາມ ຍັງຄົງໄດ້ຮັບການຕີລາຄາສູງ ຍ້ອນວ່າ ຫວຽດນາມ ຍາມໃດກໍແມ່ນປະເທດນຳໜ້າໃນບັນດາການເຄື່ອນໄຫວຂອງກຸ່ມ ອາຊຽນ ກໍຄືສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ. ນີ້ແມ່ນຄຳຕີລາຄາຂອງທ່ານ ກາວີ ຈົງກີດຖາວອນ, ນັກຊ່ຽວຊານ ສັງກັດສະຖາບັນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ (ໄທ): “ຫວຽດນາມ ເປັນສະມາຊິກຂອງອາຊຽນໃນກວ່າ 20 ປີຜ່ານມາ. ປັດຈຸບັນ, ຫວຽດນາມ ມີບົດບາດສຳຄັນໃນກຸ່ມ ອາຊຽນ ແລະ ແມ່ນປະເທດນຳໜ້າໃນ ອາຊຽນ. ເພາະວ່າ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ອາຊຽນ ຫຼາຍທີ່ສຸດ ບໍ່ວ່າຈະເປັນຂົງເຂດການເມືອງ, ເສດຖະກິດ, ຄວາມໝັ້ນຄົງເທົ່ານັ້ນ ຫາກບົດບາດຂອງ ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນຜ່ານການກໍານົດທິດຫຼາຍແນວທາງ, ນະໂຍບາຍຂອງ ອາຊຽນ ອີກດ້ວຍ. ດັ່ງນັ້ນ, ໃນປີເປັນປະທານ ອາຊຽນ 2020 ນີ້, ບົດບາດຂອງຫວຽດນາມ ຈະຍັງຄົງສືບຕໍ່ໄດ້ຮັບການເສີມຂະຫຍາຍ”.
TAG
VOV/VOVworld/ອາຊຽນ/ຫວຽດນາມ/ກາວີ ຈົງກີດຖາວອນ/SOM
Related
More








