ຫົວຫີນຂອງໄທ ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສໍາລັບນັກທ່ອງທ່ຽວຫວຽດນາມ
08/03/2020 05:00
(VOVWORLD) - ຖ້າຫາກວ່າ ພູເກັດ, ພັດທະຍາ ແມ່ນບັນດາແຄມທະເລທ່ອງທ່ຽວທີ່ຮູ້ຈັກກັນດີພໍສົມຄວນສໍາລັບນັກທ່ອງທ່ຽວຫວຽດນາມນັ້ນ, ຫົວຫີນ ພັດແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ໃໝ່ອ່ຽມ ສໍາລັບເຂົາເຈົ້າ ເມື່ອໄປຢ້ຽມຢາມປະເທດ ໄທ. ເມື່ອກ່ອນນີ້, ສະຖານທີ່ແຫ່ງນີ້ ແມ່ນໝູ່ບ້ານປະມົງ ແລະ ແມ່ນບ່ອນຜັກຜ່ອນບໍາລຸງສຸຂະພາບຂອງພະລາດສະວົງ ໄທ ໃນໂອກາດພັກແລ້ງ. ມາຢາມ ຫົວຫີນ, ທ່ານບໍ່ພຽງແຕ່ໄດ້ອາບນໍ້າທະເລທີ່ຂຽວໃສເທົ່ານັ້ນ ຫາກຍັງໄດ້ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຄື: ອຸທິຍານ ຣາຊະພັກ, ວິຫານ ຫ້ວຍ ມົງຄົນ, ຕະຫຼາດກາງຄືນ ຫົວຫີນ, ສະຖານີລົດໄຟທີ່ເກົ່າແກ່ຕະຫຼອດຮອດ ຟາມລ້ຽງແກະ ແລະ ອື່ນໆ.

ໂດຍຫ່າງຈາກນະຄອນຫຼວງ ບາງກອກ ພຽງແຕ່ປະມານ 3 ຊົ່ວໂມງເມື່ອຂີ່່ລົດໂອໂຕໄປ, ຫົວຫີນ ແມ່ນນະຄອນໜ້ອຍ, ດ້ວຍເນື້ອທີ່ກວ້າງປະມານ 900 km 2 . ນອກຈາກແຄມທະເລທີ່ໄດ້ຮັບການຂະໜາມນາມວ່າ ແມ່່ນໜຶ່ງໃນບັນດາຫາດຊາຍແຄມທະເລທີ່ສວຍງາມທີ່ສຸດຂອງໄທ ດ້ວຍຫາດຊາຍຂາວທີ່ມີຄວາມຍາວກວ່າ 5 km ແລະ ນໍ້າທະເລຂຽວໃສແລ້ວ, ຫົວຫີນ ຍັງມີຫຼາຍສະຖານທ່ີ່ທ່ອງທ່ຽວທີ່ດູດດື່ມ ແລະ ເຂັ້ມຂຸ້ນໄປດ້ວຍຈຸດທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທໍາ, ປະຫວັດສາດ ແລະ ຊາວໄທອີກດ້ວຍ.
TAG
VOV/VOVworld/ອາກາດປອດໂປ່ງ/ຫົວຫີນ/ສວນອຸທິຍານປະຫວັດສາດຣາຊະພັກ
Related
More








