VOV WorldVOV World
ຫວຽດ​ນາມ​ ດຳ​ລົງ​ຕຳ​ແໜ່ງ​ເປັ​ນ​ປະ​ທານ ອາ​ຊຽນ ໄດ້​ເປັນ​ຢ່າງ​ດີ, ​ມີ​ໄຫວ​ພິບ ແລະ ມີ​ຫົວ​ຄິດ​ປະ​ດິດສ້າງ
29/11/2020 04:00
(VOVWORLD) - ນັບແຕ່ວັນທີ 1 ພະຈິກ ປີ 2020, ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ຢ່າງເປັນທາງການ. ໂດຍດຳລົງຕໍາແໜ່ງເປັນປະທານ ອາຊຽນ 2020 ກົງກັບໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ສືບຕໍ່ຢັ້ງຢືນຢ່າງແຮງບົດບາດຂອງສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຊາຍຄາລວມຂອງ ອາຊຽນ. ໄລ່ມາຮອດປັດຈຸບັນ, ສາມາດຈະຢັ້ງຢືນໄດ້ວ່າ ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ ດ້ວຍບັນດາຄວາມມານະພະຍາຍາມຈາກນະໂຍບາຍຕະຫຼອດຮອດພຶດຕິກຳຕົວຈິງ ທີ່ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ.
ຫວຽດ​ນາມ​ ດຳ​ລົງ​ຕຳ​ແໜ່ງ​ເປັ​ນ​ປະ​ທານ ອາ​ຊຽນ ໄດ້​ເປັນ​ຢ່າງ​ດີ, ​ມີ​ໄຫວ​ພິບ ແລະ ມີ​ຫົວ​ຄິດ​ປະ​ດິດສ້າງ
ເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ເຊິ່ງເປັນກອງປະຊຸມສຸດຍອດຄັ້ງສຸດທ້າຍຂອງອາຍຸການເປັນປະທານ ອາຊຽນ 2020 ທີ່ໄດ້ສິ້ນສຸດລົງຢ່າງຈົບງາມຫວ່າງມໍ່ໆມານີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໄດ້ຢັ້ງຢືນວ່າ ໄລ່ມາຮອດປັດຈຸບັນ, ທຸກເປົ້າໝາຍ, ທຸກບຸລິມະສິດ ແລະ ຂໍ້ລິເລີ່ມ ໂດຍປະທານ ອາຊຽນ 2020 ຫວຽດນາມ ໄດ້ສະເໜີມາ ລ້ວນແຕ່ໄດ້ຮັບການຮັບຮອງເອົາ ແລະ ໃຫ້ສັດຕະຍາບັນຈາກການນຳບັນດາປະເທດ. ບັນດາປະເທດກໍຕີລາຄາສູງຕໍ່ ຫວຽດນາມ ທີ່ໄດ້ຜ່ານຜ່າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19 , ນຳພາປະຊາຄົມ ອາຊຽນ ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ແທດຈິງ.”          ຮຽນທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ທ່ານຕີລາຄາແນວໃດຕໍ່ໝາກຜົນທີ່ກອງປະຊຸມສຸດຍອດ ອາຊຽນ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງບັນລຸໄດ້?         ອາດເວົ້າໄດ້ວ່າ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ສິ້ນສຸດລົງຢ່າງຈົບງາມ. ພວກເຮົາບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ໃນນັ້ນ, ສາມາດເວົ້າໄດ້ວ່າບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງການນຳບັນດາປະເທດ  ພ້ອມກັບບັນດາບຸລິມະສິດຂອງທັງປີ ລ້ວນແຕ່ໄດ້ສະແດງອອກໃນກອງປະຊຸມຄັ້ງນີ້ ແລະ ການນຳບັນດາປະເທດໄດ້ຮັບຮອງເອົາ ແລະ ໃຫ້ສັດຕະຍາບັນ. ນັ້ນແມ່ນສິ່ງທີ່ໜ້າຊື່ນຊົມທີ່ສຸດທັງໃນຂົງເຂດສ້າງປະຊາຄົມ ກໍຄືການຮັບມືກັບໂລກລະບາດໂຄວິດ - 19 ແລະ ມຸ່ງໄປເຖິງການຟື້ນຟູບັນດາປະເທດ ອາຊຽນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ  (ພາບ: baoquocte.vn)   ພ້ອມກັນນັ້ນ, ບັນດາບັນຫາທີ່ພວກເຮົາໄດ້ວາງອອກໃນໂຄງການດຳເນີນງານ ກໍໄດ້ປະຕິບັດສຳເລັດ ແລະ ໄດ້ຮັບການຕອບສະໜອງຢ່າງແຮງ ຈາກການນຳບັນດາປະເທດ ອາຊຽນ ກໍຄືການນຳບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ. ສາມາດຢັ້ງຢັນໄດ້ວ່າ, ກອງປະຊຸມໄດ້ດຳເນີນໄປດ້ວຍດີ, ນັບທັງວຽກງານການຈັດຕັ້ງ, ເຕັກນິກ ແລະ ສື່ສານ ກໍ່ລ້ວນແຕ່ໄດ້ປະຕິບັດສຳລັດເປັນຢ່າງດີ.          ບັນດາປະເທດ ອາຊຽນ ມີການຕີລາຄາແນວໃດຕໍ່ບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີແນະໃນປີ ປະທານ ອາຊຽນ - 2020  ເຊິ່ງ ຫວຽດນາມ ບັນລຸໄດ້? ກ່ອນອື່ນໝົດ, ນັບແຕ່ເບື້ອງຕົ້ນ, ບັນດາປະເທດໄດ້ຕີລາຄາວ່າ ຫົວຂໍ້ ທີ່ ຫວຽດນາມ ຍົກອອກ ແມ່ນຊັດເຈນ ແລະ ໄດ້ກາຍເປັນເຄື່ອງໝາຍຂອງ ອາຊຽນ, ນັ້ນແມ່ນ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື. ທີສອງ, ບັນດາປະເທດ ອາຊຽນ ຖືວ່າ ບັນດາບຸລິດມະສິດ ເຊິ່ງ ຫວຽດນາມ ໄດ້ວາງອອກສຳລັບການສ້າງປະຊາຄົມກໍມີຄວາມສອດຄ່ອງ ແລະ ເໝາະສົມທີ່ສຸດ. ເມື່ອ ຫວຽດນາມ ຖືການຮັບມືກັບໂລກລະບາດໂຄວິດ - 19 ແລະ ຊອກຫາມາດຕະການຕ່າງໆເພື່ອໜູນຊ່ວຍປະຊາຊົນ ແລະ ປະຊາຄົມວິສາຫະກິດເປັນບຸລິມະສິດຈຸດສຸມນັ້ນ ບັນດາປະເທດລ້ວນແຕ່ຕີລາຄາວ່າ ນີ້ແມ່ນທິດທາງທີ່ຖືກຕ້ອງທີ່ສຸດ. ເພາະສະນັ້ນ ຈຶ່ງໄດ້ຮັບການຕອບສະໜອງຢ່າງແຮງຈາກບັນດາປະເທດ ກໍຄືບັນດາຄູ່ຮ່ວມມື. ບັນດາຂໍ້ລິເລີ່ມຄື ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ຫຼື ສາງແຮ່ອຸປະກອນການແພດ ລະດັບພາກພື້ນ ຫຼື ສູນ ອາຊຽນ ຮັບມືກັບບັນດາກໍລະນີການແພດສຸກເສີນ ແລະ ໂລກລະບາດທີ່ເກີດຂຶ້ນໃໝ່ນັ້ນ ລ້ວນແຕ່ໄດ້ຮັບການຕອບສະໜອງ ແລະ ປະກອບສ່ວນຢ່າງສຸດຈິດສຸດໃຈຈາກບັນດາປະເທດ.
TAG
VOV/VOVworld/ປະ​ທານ ອາ​ຊຽນ/COC/ໄຫວ​ພິບ/ມີ​ຫົວ​ຄິດ​ປະ​ດິດສ້າງ

More