ອິນໂດເນເຊຍ ສົ່ງເສີມການໂຄສະນາສະຖານທີ່ທ່ອງທ່ຽວແຫ່ງໃໝ່ 10 ແຫ່ງ
06/10/2019 02:00
(VOVWORLD) -ສະຖານທີ່ທ່ອງທ່ຽວແຫ່ງໃໝ່ 10 ແຫ່ງ ຫຼື ຍັງເອີ້ນວ່າ “10 New Bali” ແມ່ນລາຍການໂດຍລັດຖະບານ ອິນໂດເນເຊຍ ຈັດຕັ້ງຂຶ້ນ ເພື່ອແນໃສ່ຊຸກຍູ້ບັນດາ tour ທ່ອງທ່ຽວໄປເຖິງບັນດາສະຖານທີ່ທ່ອງທ່ຽວທີ່ມີທ່າແຮງບົ່ມຊ້ອນຂອງອິນໂດເນເຊຍ. ໂດຍນອນໃນລະບົບການເຄື່ອນໄຫວເພື່ອແນໃສ່ໂຄສະນາບັນດາສະຖານທີ່ທ່ອງທ່ຽວໃໝ່ນີ້, ຕົ້ນເດືອນ ກັນຍາ ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ສົມທົບກັບກະຊວງທ່ອງທ່ຽວ ອິນໂດເນເຊຍ ຈັດຕັ້ງເຫດການທີ່ມີຫົວຂໍ້ວ່າ “ພາລະກຳດ້ານການຄ້າ - ໂຄສະນາສະຖານທີ່ທ່ອງທ່ຽວໃໝ່ 10 ແຫ່ງຂອງ ອິນໂດເນເຊຍຢູ່ຮ່າໂນ້ຍ”. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທ່ອງທ່ຽວອິນໂດເນເຊຍ ໄດ້ແນະນຳ, ຈ່າວຂາຍບັນດາການ tour ທ່ອງທ່ຽວ ແລະ ຊອກຮູ້ຄູ່ຮ່ວມມືມາຈາກຫວຽດນາມ. ຕໍ່ໄປນີ້ ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ.

- ສະບາຍດີຮ່າໂນ້ຍ? ພວກເພື່ອນສະບາຍດີບໍ? - ຢູ່ນີ້ມີໃຜແດ່ທີ່ຮູ້ຈັກແຂວງຕາເວັນອອກ Java? ນັ້ນຄືສຽງທັກທາຍ ແລະ ຄຳຖາມຈາກທ່ານ Monas Tjahjono ທີ່ມາຈາກ ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ (ASITA)ແຂວງ ຕາເວັນອອກ Java ແລະ ມີແຕ່ 4 – 5 ຄົນຍົກມືຂຶ້ນ. ສິ່ງດັ່ງກ່າວກໍບໍ່ມີຫຍັງທີ່ໜ້າປະຫຼາດໃຈ ເມື່ອປັດຈຸບັນນີ້ ແຂກທ່ອງທ່ຽວຫວຽດນາມ ສ່ວນຫຼາຍ ພຽງແຕ່ຮູ້ຈັກເຖິງ ເກາະ ບາລີ ເທົ່ານັ້ນ ແລະ ເລືອກບາລີ ແມ່ນສະຖານທີ່ທ່ອງທ່ຽວ ໃນ tour ທ່ອງທ່ຽວປະເທດ ອິນໂດເນເຊຍ ຂອງເຂົາເຈົ້າ. ເຫດການ tour ດັ່ງກ່າວຖືກຈັດຂຶ້ນເພື່ອແນະນຳບັນດາສະຖານທີ່ທ່ອງທ່ຽວຈັບອົກຈັບໃຈຂອງ ອິນໂດເນເຊຍ ມາຍັງແຂກທ່ອງທ່ຽວຫວຽດນາມ. “ຈຸດພົ້ນເດັ່ນຂອງແຂວງ ຕາເວັນອອກ Java ແມ່ນພູເຂົາໄຟ Bromo. ຢູ່ທີ່ນັ້ນ, ແຂກທ່ອງທ່ຽວສາມາດຊົມອາລຸນວັນໃໝ່ ແລະທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານ. ນອກຈາກນັ້ນ, ຫ່າງຈາກພູເຂົາໄຟ Bromo ໄປໜ້ອຍໜຶ່ງ ແມ່ນປາກພູເຂົາໄຟ Ijen ເຊິ່ງກໍແມ່ນສະຖານທ່ອງທ່ຽວແຫ່ງໜຶ່ງທີ່ລືຊື່. ຢູ່ທີ່ນີ້, ເພື່ອນສາມາດຮັບຊົມຖ່ານໄຟສີຟ້າ. ນີ້ແມ່ນໜຶ່ງໃນປາກພູເຂົາສອງແຫ່ງໃນໂລກ ທີ່ມີຖ່ານໄຟສີຟ້າ”.
TAG
VOV/VOVworld/10 New Bali/ພູເຂົາໄຟ Bromo/ພູເຂົາໄຟ Bromo/ອິນໂດເນເຊຍ/ທ່ອງທ່ຽວ
Related
More








