ການເຄື່ອນໄຫວເພື່ອການກຸສົນ “ພ້ອມກັນທໍາຄວາມດີດ້ວຍຫົວໃຈ” ຂອງປະຊາຄົມຊາວ ໄທ ອາໄສ ແລະ ເຮັດວຽກຢູ່ຫວຽດນາມ
15/12/2019 15:00
(VOVWORLD) -ໃນໂອກາດງານບຸນໃຫຍ່ ຂອງໄທ ຫຼື ໃນເວລາທີ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ປະສົບເຄາະຮ້າຍ ແລະ ໄພທໍາມະຊາດ, ປະຊາຄົມຊາວ ໄທ ອາໄສ ແລະ ເຮັດວຽກຢູ່ ຮ່າໂນ້ຍ ແລະ ບັນດາແຂວງທາງພາກເໜືອຫວຽດນາມ ກໍຈັດຕັ້ງບັນດາການເຄື່ອນໄຫວ ເພື່ອການກຸສົນ ດ້ວຍທິດນໍາທີ່ວ່າ “ພ້ອມກັນທໍາຄວາມດີດ້ວຍຫົວໃຈ”. ບັນດາການເຄື່ອນໄຫວດັ່ງກ່າວ ບໍ່ພຽງແຕ່ເປັນປະໂຫຍດແກ່ສັງຄົມຫວຽດນາມເທົ່ານັ້ນ ຫາກຍັງສ້າງຄວາມຜູກພັນລະຫວ່າງປະຊາຄົມຊາວ ໄທ ເອງ ກໍຄື ລະຫວ່າງປະຊາຊົນສອງປະເທດບ້ານໃກ້ເຮືອນຄຽງນໍາກັນອີກດ້ວຍ. ໂດຍສະເພາະ, ຫວ່າງມໍ່ໆມານີ້ ໄດ້ຈັດບັນດາການເຄື່ອນໄຫວອະນາໄມສິ່ງແວດລ້ອມຢູ່ອ້ອມໜອງຮວ່ານກ໊ຽມ ໂດຍສະຖານທູດ ໄທ ປະຈໍາ ຮ່າໂນ້ຍ ສົມທົບກັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ ຈັດຕັ້ງຂຶ້ນ ເນື່ອງໃນໂອກາດລະນຶກເຖິງວັນພະຣາດຊະສົມພົບ ພະວະຊິຣະເກົ້າ ຂອງພະບາດສົມເດັດພະເຈົ້າຢູຫົວ ແລະ ວັນຊາດ ແຫ່ງ ລາຊະອານາຈັກໄທ ວັນທີ 5 ທັນວາ.

ການເຄື່ອນໄຫວເພື່ອການກຸສົນ “ພ້ອມກັນທໍາຄວາມດີດ້ວຍຫົວໃຈ” ຂອງປະຊາຄົມຊາວ ໄທ ອາໄສ ແລະ ເຮັດວຽກຢູ່ຫວຽດນາມຢູ່ ໜອງຮວ່ານກ໊ຽມ
TAG
VOV/VOVworld/ກຸສົນ/ເກັບຂິ້ເຫຍື້ອ/ລະນຶກ
Related
More








