ການສອນວິຊາຊີບຢູ່ໄທມຸ່ງໄປເຖິງບັນລຸມາດຖານສາກົນກ່ຽວກັບສີມືແຮງງານ
28/03/2015 09:20
(vovworld)-ກົມພັດທະນາສີມືແຮງງານ ຂຶ້ນກັບກະຊວງແຮງງານໄທ ແມ່ນຫົວຫນ່ວຍສະເພາະກິດຈັດຕັ້ງການສອນວິຊາຊີບ, ຍົກສູງສີມືແຮງງານ
.jpg)
(vovworld)-ກົມພັດທະນາສີມືແຮງງານ ຂຶ້ນກັບກະຊວງແຮງງານໄທ ແມ່ນຫົວຫນ່ວຍສະເພາະກິດຈັດຕັ້ງການສອນວິຊາຊີບ, ຍົກສູງສີມືແຮງງານ ແລະກວດກາລະດັບສີມືແຮງງານໃຫ້ແກ່ຊາວຫນຸ່ມໄທ. ໃນຊຸມປີຜ່ານມາ, ກົມພັດທະນາສີສືແຮງງານ ໄດ້ຮັບການຫນູນຊ່ວຍຈາກລັດຖະບານໄທ, ພ້ອມທັງ ຮ່ວມມືກັບບັນດາບໍລິສັດເອກະຊົນ ແລະ ບັນດາມະຫາວິທະຍາໄລໃນວຽກງານສອນວິຊາຊີບ ເພື່ອມຸ່ງໄປເຖິງຈຸດໝາຍສອນວິຊາຊີບໃຫ້ຄົນງານໄທ ມີສີມືແຮງງານບັນລຸມາດຖານສາກົນ. ຄົນງານໄທເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 10 ຈັດຂຶ້ນຢູ່ ຮ່າໂນ້ຍ ພາບ:vov ຕາມຕົວເລກສະຖິຕິຂອງກົມພັດທະນາສີມືແຮງງານໄທ ປະກາດເມື່ອວັນທີ 20/3/2014, ປີ 2013, ມີຊາວຫນຸ່ມໄທກວ່າ 4,6 ລ້ານຄົນເຂົ້າຮ່ວມການຮຽນວິຊາຊີບ, ຫລາຍສຸດແມ່ນຮຽນກ່ຽວກັບຂົງເຂດທ່ອງທ່ຽວ, ບໍລິການ. ໃນນັ້ນ ມີ 3800 ຄົນໄດ້ຜ່ານການສອບເສັງຕາມມາດຖານສາກົນ, 484 ຄົນບັນລຸຄະແນນສູງໃນການສອບເສັງສີມືແຮງງານຕາມຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ. ບັນດາໝາກຜົນນີ້ ສ່ວນຫລາຍແມ່ນເພີ່ມຂຶ້ນປະມານ 1% ຫລື ຮັກສາລະດັບເປັນປົກກະຕິກວ່າເມື່ອທຽບໃສ່ປີກາຍ. ທ່ານນາງ ບຸນທະຣີກ ສະມິຕິ, ຫົວຫນ້າກົມພັດທະນາສີມືແຮງງານໄທ ໃຫ້ຮູ້ວ່າ:
TAG
vovworld/ແຂ່ງຂັນສີສືແຮງງານ
Related
More








