ການຮ່ວມມືດ້ານການສຶກສາບຳລຸງສ້າງ ຫວຽດນາມ - ລາວ ນັບມື້ນັບ ໄດ້ຮັບການຍົກສູງຂຶ້ນ
13/03/2015 10:31
(vovworld)- ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ມີການພົວພັນສະຫນິດຕິດພັນນຳກັນມາແຕ່ດົນນານ
(vovworld)- ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ມີການພົວພັນສະຫນິດຕິດພັນນຳກັນມາແຕ່ດົນນານ. ໃນປະຫວັດສາດແຫ່ງການຕໍ່ຍູ້ຍາດເອົາເອກະລາດ, ເສລີພາບຂອງແຕ່ລະປະເທດ, ສາຍພົວພັນນີ້ຍິ່ງພິເສດກວ່າ ເມື່ອ ສອງພັກ ແລະ ສອງລັດຍາມໃດກໍຖືວ່າ ແມ່ນສາຍພົວພັນຍຸດທະສາດທີ່ມີລັກສະນະເປັນຕາຍຂອງແຕ່ລະປະເທດ. ພິເສດ ນັບແຕ່ເມື່ອປີ 1977, ສອງລັດ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ໃນນັ້ນ ການຮ່ວມມືວັດທະນະທຳ ການສຶກສາ ບຳລຸງສ້າງ ໄດ້ຮັບຖືວ່າແມ່ນຂົງເຂດຮ່ວມມືພື້ນຖານ ແລະ ເປັນຈຸດສຸມຂອງສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ.
TAG
vovworld/ພັດທະນາ/ແຫລ່ງຊັບພະຍາກອນມະນຸດ
Related
More








