VOV WorldVOV World
ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ເສັງ​ “ຊອກ​ຮູ້​ກ່ຽວ​ກັບ​ການຢ້ຽມ​ຢາມ ​ ອິນ​ໂດ​ເນ​ເຊຍ ​ຄັ້ງ​ປະ​ຫວັດ​ສາດຂອງ​ທ່ານ​ປະ​ທານ ໂຮ່​ຈີ​ມິນ ແລະ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Soekarno
05/01/2020 09:00
(VOVWORLD) -ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Soekarno” ໂດຍ ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງ ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງການຢ້ຽມຢາມຂອງຜູ້ນຳສອງທ່ານ ຄົບຮອບ 60 ປີ .
ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ເສັງ​ “ຊອກ​ຮູ້​ກ່ຽວ​ກັບ​ການຢ້ຽມ​ຢາມ ​ ອິນ​ໂດ​ເນ​ເຊຍ ​ຄັ້ງ​ປະ​ຫວັດ​ສາດຂອງ​ທ່ານ​ປະ​ທານ ໂຮ່​ຈີ​ມິນ ແລະ ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Soekarno
          ກ່ອນນີ້ 60 ກວ່າປີ, ໃນວັນທີ 27 ທັນວາ 1959, ທ່ານປະທານໂຮ່ຈີມິນ ໄດ້ມີການຢ້ຽມຢາມສັນຖະວະໄມຕີ ອິນໂດເນເຊຍ ຢ່າງເປັນທາງການ ຄັ້ງທຳອິດ. ຫຼັງຈາກນັ້ນ 3 ເດືອນທ່ານປະທານາທິບໍດີອິນໂດເນເຊຍSoekarno ກໍໄດ້ມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ເຊັ່ນດຽວກັນ. ການຢ້ຽມຢາມດັ່ງກ່າວ ໄດ້ກໍ່ຕັ້ງພື້ນຖານໃຫ້ແກ່ການພົວພັນໄມຕີຈິດມິດຕະພາບອັນສະໜິດແໜ້ນ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ. ປີ 2019, ແມ່ນປີສະເຫຼີມສະຫຼອງການຢ້ຽມຢາມຂອງຜູ້ນຳສອງທ່ານ ຄົບຮອບ 60 ປີ ໂດຍໄດ້ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍຂຶ້ນທັງຢູ່ ຫວຽດນາມ ແລະ ອິນໂດເນເຊຍ. ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Soekarno” ໂດຍ ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງ ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວດັ່ງກ່າວ. ຕໍ່ໄປ ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ - ນັກຂ່າວ VOV.         ທຳນອງບົດເພງດັ່ງກ່າວ ເປັນການເປີດສາກໃຫ້ແກ່ຄ່ຳຄືນສະຫຼູບ ແລະ ມອບລາງວັນການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ແລະ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Soekarno” ເຊິ່ງໄດ້ດຳເນີນໃນວັນທີ 23 ທັນວາ ທີ່ຜ່ານມາ ຢູ່ ໂຮງລະຄອນຂອງວິທະຍຸກະຈາຍສຽງຫວຽດນາມ. ຜ່ານທຳນອງເພງທີ່ອ່ອນຊອນ, ຈັງຫວະຂຶ້ນລົງ ແລະ ເປັນທີ່ຕື້ນຕັ້ນໃຈຂອງບົດເພງດັ່ງກ່າວ ສ່ວນໃດສ່ວນໜຶ່ງວາດພາບໃຫ້ເຫັນກ່ຽວກັບປະເທດຫວຽດນາມ ວິລະຊົນ, ບໍ່ຍອມຈຳນົນ ພາຍໃຕ້ການຊີ້ນຳນຳພາຂອງ ປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກ.         ພິທີມອບລາງວັນແມ່ນໂອກາດເພື່ອໃຫ້ຄົນລຸ້ນຕ່າງໆຂອງສອງປະເທດໄດ້ຫວນຄືນ ແລະ ຊອກຮູ້ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສອງປະເທດ ຫວຽດນາມ - ອິນໂດເນເຊຍ. ຜ່ານບັນດາບົດເພງ, ວາດຟ້ອນ, ພາບຖ່າຍ, ຟິມຮູບເງົາສາລະຄະດີກ່ຽວກັບປະຫວັດສາດ, ການຕີລາຄາຂອງບັນດານັກຊ່ຽວຊານນັ້ນ... ຜູ້ຊົມຈະມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບນໍ້າໃຈເພື່ອນມິດສະຫາຍອັນສະໜິດສະໜົມລະຫວ່າງ ປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Soekarno, ກ່ຽວກັບຄວາມຮັກແພງຂອງປະຊາຊົນສອງປະເທດມີຕໍ່ຜູ້ນຳຂອງຕົນ ແລະ ສາຍພົວພັນອັນດີງາມທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ພິເສດ, ນີ້ແມ່ນໂອກາດ ເພື່ອໃຫ້ຜູ້ຊົມພົບປະ ແລະ ແລກປ່ຽນກັບບັນດາຜູ້ຂຽນທີ່ຍາດໄດ້ລາງວັນໃນການເສັງຄັ້ງນີ້.
TAG
VOV/VOVworld/ອິນໂດເນເຊຍ/ຢ້ຽມຢາມ/ຊອກຮູ້/​ປະ​ທາ​ນາ​ທິ​ບໍ​ດີ Soekarno/ປະ​ທານ ໂຮ່​ຈີ​ມິນ

More