VOV WorldVOV World
ຄວາມ​ຊົງ​ຈຳ​ຂອງ​ທ່ານນາຍ​ພົນ​​ຢູ່​ດິນ​ແ​ດນ​ລ້ານ​ຊ້າງ
22/12/2019 07:00
(VOVWORLD) - ທ່ານພົນຈັດຕະວາ ຮວິ່ງດັກເຮືອງ ເກີດປີ 1920 ຢູ່ ໂຮ້ຍອານ, ແຂວງກວ໋າງນາມ. ທ່ານ ໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດໃນຂະບວນການຊາວໜຸ່ມປະຊາທິປະໄຕ ເມື່ອ ອາຍຸຫາກໍ 17 ປີ. ດ້ວຍ 10 ປີ (1965 – 1975) ເປັນກໍາມະການການເມືອງກອງທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ຢູ່ ລາວ ພ້ອມດ້ວຍບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງຕົນ, ທ່ານໄດ້ຮັບຫຼຽນໄຊ, ຫຼຽນກາອັນສູງສົ່ງຫຼາຍຫຼຽນ ຈາກພັກ, ລັດ ຫວຽດນາມ ແລະ ລາວ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ (22/12/1944 – 22/12/2019) ແລະ 30 ປີ ແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22/12/1989 – 22/12/2019) ພວກຂ້າພະເຈົ້າຂໍແນະນຳເຖິງທ່ານຜູ້ຟັງບົດຂຽນທີ່ມີຫົວຂໍ້ວ່າ “ຄວາມຊົງຈຳຂອງທ່ານນາຍພົນຢູ່ດິນແດນລ້ານຊ້າງ”. ເຊີນທ່ານຕິດຕາມຮັບຟັງ.
ຄວາມ​ຊົງ​ຈຳ​ຂອງ​ທ່ານນາຍ​ພົນ​​ຢູ່​ດິນ​ແ​ດນ​ລ້ານ​ຊ້າງ
  ທ່ານພົນຈັດຕະວາ ຮວິ່ງດັກເຮືອງ   ເຖິງວ່າ ອາຍຸ 100 ປີ ແລ້ວກໍຕາມ ແຕ່ສຽງເວົ້າຂອງເພິ່ນຍັງດັ່ງສະໜັ່ນ. ຕາທັງສອງຍັງເຫຼື້ອມແວວວາວ ເມື່ອເລົ່າຄືນແຕ່ລະຄວາມຊົງຈຳກ່ຽວກັບໄລຍະແຫ່ງການສູ້ຮົບຂອງຕົນໃນໄລຍະປະຕິບັດໜ້າທີ່ສາກົນ ຢູ່ລາວ.         “ເພື່ອບຽດເຂົ້າໄປໃນບັນດາຖານທີ່ໝັ້ນ ເຊິ່ງສັດຕູຢຶດຄອງນັ້ນ, ເຮົາຕ້ອງມີວິທີຕີເປັນຫຼາຍຊັ້ນ, ຈັດຕັ້ງຮອບປິດລ້ອມຫຼາຍຮອບ ເພື່ອສາມາດຈັບຕົວສັດຕູໄດ້ຫຼາຍທີ່ສຸດ, ໝາຍຄວາມວ່າ ແມ່ນຍົກຍ້າຍກຳລັງບຸກໂຈມຕີ, ກຳລັງຫຼັກແຫຼ່ງເຂົ້າໄປເຂດຈຸດສຸມ ແຕ່ກໍເພື່ອແນໃສ່ເຮັດໃຫ້ສັດຕູຢ້ານກົວ ແລະ ແລ່ນໜີ ເວລານັ້ນ ເຮົາຈຶ່ງຈັບຕົວສັດຕູຢູ່ນອກເຂດປິດລ້ອມເອົາ. ບັ້ນຮົບໃດກໍດັບສູນ ແລະ ຈັບຕົວສັດຕູໄດ້ເປັນຈຳນວນຫຼາຍ, ແຕ່ບັ້ນຮົບ ກູກຽດ ແມ່ນບັ້ນຮົບໃຫຍ່ທີ່ສຸດໃນທົ່ວປະເທດລາວ ເຊິ່ງຈັບຕົວຊະເລີຍເສິກໄດ້ຈຳນວນ 3.200 ຄົນ”.
TAG
VOV/VOVworld/ຮວິ່ງດັກເຮືອງ/ນາຍພົນ/ດິນແດນລ້ານຊ້າງ/ບັ້ນຮົບກູກຽດ

More