VOV WorldVOV World
ມະຫາວິທະຍາ​ໄລ​ຮ່າ​ໂຮ້ຍ ​ແລະ ມະຫາວິທະຍາ​ໄລ ມະຫາສາຣະ​ຄາ​ມ - ​ແຜ່​ຂະຫຍາຍ​ວັດທະນະ​ທໍາ ​ແລະ ພາສາ ​ໄທ ຢູ່ ຮ່າ​ໂນ້ຍ
02/06/2019 08:00
(VOVWORLD) - ມະຫາວິທະຍາໄລມະຫາສາຣະຄາມ ຂອງ ໄທ ແລະ ມະຫາວິທະຍາໄລຮ່າໂນ້ຍ ຂອງຫວຽດນາມ (HANU) ໄດ້ສ້າງຕັ້ງການພົວພັນມາແຕ່ປີ 2011 ແລະ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ເມື່ອປີ 2013. ມາຮອດປັດຈຸບັນ, ມະຫາວິທະຍາໄລສອງແຫ່ງດັ່ງກ່າວ ໄດ້ປະຕິບັດບາງເນື້ອໃນຂອງການຮ່ວມມືຄືແລກປ່ຽນນັກສຶກສາມາສຶກສາຮໍ່າຮຽນ ແລະ ຄົ້ນຄວ້າເຊິ່ງກັນ ແລະ ກັນ. ແຕ່ລະປີ, ມະຫາວິທະຍາໄລ ມາຫາສາຣະຄາມ ລ້ວນແຕ່ສົ່ງນັກສຶກສາ 2 – 3 ຄົນ ທີ່ຢູ່ຂະແໜງພາສາໄທ, ມີລະດັບວິຊາຄູ ມາສູນວັດທະນະທໍາ ແລະ ພາສາ ໄທ, ມະຫາວິທະຍາໄລຮ່າໂນ້ຍ ເພື່ອຊ່ວຍຖ່າຍທອດວັດທະນະທໍາ ແລະ ສອນພາສາ ໄທ ໃຫ້ແກ່ນັກສຶກສາຫວຽດນາມ. ຕໍ່ໄປນີ້, ເຊີນທ່ານພ້ອມກັບນັກຂ່າວ VOV ໄປຊອກຮູ້ກ່ຽວກັບການເຄື່ອນໄຫວຢູ່ແຫ່ງນີ້ເດີ.
ມະຫາວິທະຍາ​ໄລ​ຮ່າ​ໂຮ້ຍ ​ແລະ ມະຫາວິທະຍາ​ໄລ ມະຫາສາຣະ​ຄາ​ມ - ​ແຜ່​ຂະຫຍາຍ​ວັດທະນະ​ທໍາ ​ແລະ ພາສາ ​ໄທ ຢູ່ ຮ່າ​ໂນ້ຍ
        ໃນຫ້ອງຮຽນພາສາໄທ, ສູນພາສາ ແລະ ວັດທະນະທໍາໄທ, ມະຫາວິທະຍາໄລຮ່າໂນ້ຍ, ນາງ ຈິນ ເຊິ່ງເປັນນັກຮຽນປີທີ 4, ຢູ່ຂະແໜງວິຊາພາສາໄທ, ພະແນກມະນຸດສາດ, ມະຫາວິທະຍາໄລ ມະຫາສາຣະຄາມ, ໄທ ພວມເມົາມົວກັບການສອນບັນດານັກສຶກສາປີທີ 3, ວິຊາພາສາຕ່າງປະເທດທີ 2, ວິຊາພາສາໄທ ຂອງມະຫາວິທະຍາໄລຮ່າໂນ້ຍ ຟ້ອນດ້ວຍວາດຟ້ອນທີ່ເປັນມູນເຊື້ອຂອງໄທ. ນັກສຶກສາເກືອບ 10 ຄົນ ກໍາລັງຢືນອ້ອມ ແລະ ຟ້ອນໄປຕາມຄູຜູ້ທີ່ມີຊົງຜົມສັ້ນ, ຕາດໍາເຫຼື້ອມ, ຍາມໃດກໍຍິ້ມແຍ້ມແຈ່ມໃສ ແລະ ຟ້ອນຢ່າງອ່ອນຊ້ອຍຕາມທໍານອງເພງໄທ. ຈິນ ເປັນໜຶ່ງໃນຈໍານວນນັກສຶກສາ 3 ຄົນຢູ່ມະຫາວິທະຍາໄລ ມະຫາສາຣະຄາມ ຂອງ ໄທ ທີ່ໄດ້ສົ່ງມາຊ່ວຍສອນພາສາ ແລະ ວັດທະນະທໍາ ໄທ ຢູ່ ມະຫາວິທະຍາໄລຮ່າໂນ້ຍ ໃນໄລຍະເວລາ 4 ເດືອນ ຂອງສົກຮຽນ 2018 – 2019. ນີ້ກໍແມ່ນເນື້ອໃນສ່ວນໜຶ່ງໃນການລົງຝຶກງານຂອງ ມະຫາວິທະຍາໄລ ມະຫາສາຣະຄາມ.
TAG
VOV/VOVworld/ສອນພາສາ ​ໄທ/ມະຫາວິທະຍາ​ໄລ​ ມາ​ຫາ​ສາຣະ​ຄາມ/ມະຫາວິທະຍາໄລຮ່າໂນ້ຍ

More