VOV WorldVOV World
ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ​ສອງຊາດ ຫວຽດ​ນາມ - ລາວ ​ຂຶ້ນ​ສູ່​ລະ​ດັບ ສູງ​ໃໝ່
03/07/2021 09:35
(VOVWORLD) -ພາຍຫຼັງການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ໄດ້ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ລາວ ອາຍຸການ 2021 – 2026 ຢ່າງຈົບງາມ. ການຢ້ຽມຢາມດັ່ງກ່າວ ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງສອງປະເທດ, ພິເສດແມ່ນຖືການຮັກສາ ແລະ ພັດທະນາສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ເປັນສຳຄັນ ຢ່າງບໍ່ຢຸດຢັ້ງ. ຕໍ່ໄປ, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ຂໍທົບທວນຄືນບັນດາການເຄື່ອນໄຫວທີ່ພົ້ນເດັ່ນ ຂອງຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໃນການຢ້ຽມຢາມຄັ້ງນີ້.
ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ​ສອງຊາດ ຫວຽດ​ນາມ - ລາວ ​ຂຶ້ນ​ສູ່​ລະ​ດັບ ສູງ​ໃໝ່
   ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ທີ່ການພົບປະເຈລະຈາ ໂດຍການນຳສູງສຸດຂອງສອງພັກ ແລະ ລັດ ເປັນປະທານຮ່ວມ, ສອງປະເທດໄດ້ແຈ້ງໃຫ້ກັນຮັບຊາບ ກ່ຽວກັບສະພາບການຂອງແຕ່ລະພັກ, ລັດ; ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອສືບຕໍ່ນຳການພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະ ແທດຈິງກວ່າອີກໃນທຸກຂົງເຂດ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ຍຸດທະສາດຮ່ວມມື ໄລຍະ 10 ປີ ລະຫວ່າງ ຫວຽດນາມ - ລາວ ຢ່າງມີໄຊ; ພ້ອມກັນນັ້ນ ກໍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ: “ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງວ່າ ແຕ່ລະໄຊຊະນະຂອງ ຫວຽດນາມ ລ້ວນແຕ່ມີການສະໜັບສະໜູນຢ່າງແຮງ ແລະ ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ, ຊອບທຳ, ຈິງໃຈຂອງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ. ພວກຂ້າພະເຈົ້າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ແທດຈິງ ແລະ ມີປະສິດທິຜົນກວ່າອີກໃນທຸກຂົງເຂດ. ສະພາບການປັດຈຸບັນ ໄດ້ວາງອອກຄວາມຮຽກຮ້ອງໃໝ່, ຍິ່ງກວ່າເວລາໃດໝົດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງແຮງກວ່າອີກ, ສືບຕໍ່ນຳພາລະກິດປະຕິວັດຂອງສອງຊາດພວກເຮົາ ກ້າວຂຶ້ນຕາມເປົ້າໝາຍສັງຄົມນິຍົມຢ່າງໝັ້ນຄົງ.”
TAG
VOV/VOVworld/ຫວຽດ​ນາມ/ລາວ/ໄມ​ຕີ​ຈິດ​ມິດ​ຕະ​ພາບ/ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ/ເລ​ຂາ​ທິ​ການ​ໃຫຍ່/ປະ​ທານ​ປະ​ເທດ ລາວ/ທອງ​ລຸນ ສີ​ສຸ​ລິດ

More