ນັກຂ່າວໜຸ່ມ ແລະ ຊາວໜຸ່ມມີບົດບາດສຳຄັນເພື່ອຊຸກຍູ້ໄມຕີຈິດມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ
08/12/2019 01:00
(VOVWORLD) - ໃນກອງປະຊຸມສົນທະນາ ດ້ວຍຫົວຂໍ້ “ບົດບາດຂອງບັນດານັກຂ່າວໜຸ່ມ ແລະ ຊາວໜຸ່ມໃນການຊຸກຍູ້ໄມຕີຈິດມິດຕະພາບລະຫວ່າງຫວຽດນາມ - ກຳປູເຈຍ, ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ສົມທົບກັບ ສູນກາງສະຫະພັນຊາວໜຸ່ມຫວຽດນາມ ຈັດຕັ້ງຂຶ້ນຢູ່ນະຄອນ ໂຮ່ຈີມິນ, ໃນຂອບເຂດຂອງງານພົບປະແລກປ່ຽນລະຫວ່າງບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງຢູ່ເຂດຊາຍແດນ ຫວຽດນາມ ແລະ ກຳປູເຈຍ ປີ 2019”, ເຊິ່ງໄດ້ດຳເນີນຢູ່ແຂວງເຕິຍນິງ ແລະ ນະຄອນໂຮ່ຈີມິນ ຫວ່າງມໍ່ໆມານີ້, ບັນດານັກຂ່າວໜຸ່ມ ຕ່າງກໍເນັ້ນໜັກວ່າ: ເພື່ອຊຸກຍູ້ສາຍພົວພັນລະຫວ່າງຫວຽດນາມ - ກຳປູເຈຍໃຫ້ນັບມື້ນັບພັດທະນາແບບຍືນຍົງນັ້ນ ບົດບາດຂອງບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາສອງປະເທດ ແມ່ນມີຄວາມສຳຄັນທີ່ສຸດ.

ບັນດາບົດປະກອບຄຳເຫັນຢັ້ງຢືນບົດບາດຂອງນັກຂ່າວໃນການໂຄສະນາເຜີຍແຜ່ບັນດາເຫດການໃຫຍ່ ເພື່ອເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍ ສືບຕໍ່ມີບັນດາບາດກ້າວພັດທະນາທັງລວງກວ້າງ ແລະ ລວງເລິກ, ກາຍເປັນປັດໄຈສຳຄັນໃນການປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບແບບຍາວນານ ຢ່າງແທ້ຈິງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງແຮງ, ຍົກສູງສາຍພົວພັນທາງການທູດປະຊາຊົນລະຫວ່າງສອງປະເທດ. ໂດຍຕາງໜ້າໃຫ້ຄະນະນັກຂ່າວໜຸ່ມ ກຳປູເຈຍ, ນັກຂ່າວໜຸ່ມ Son Sok Dien ແບ່ງປັນວ່າ: “ສໍາລັບຂ່າວຄາວ ແລະ ເຫດການທີ່ພວມເກີດຂຶ້ນລະຫວ່າງສອງປະເທດ, ນັກຂ່າວໜຸ່ມພວກເຮົາຕ້ອງປຶກສາຫາລືນໍາກັນກ່ອນທີ່ຈະເອົາລົງທາງພາຫະນະສື່ມວນຊົນເພື່ອໃຫ້ປະຊາຊົນຮັບຊາບ ແລະ ເຂົ້າໃຈບັນດາຂໍ້ມູນຂ່າວຊັດເຈນທີ່ສຸດ. ພວກເຮົາກໍຕ້ອງຄົ້ນຄວ້າ ແລະ ແນະນຳບັນດາຂໍ້ມູນກ່ຽວກັບຈຸດຄວາມງາມດ້ານວັດທະນະທຳ. ປະເທດກຳປູເຈຍພວກຂ້າພະເຈົ້າມີບັນດາບົດເພງກ່ຽວກັບນ້ຳໃຈສາມັກຄີລະຫວ່າງ ກຳປູເຈຍ ແລະ ຫວຽດນາມ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈແຫ່ງຄວາມສັນຕິພາບລະຫວ່າງຊາວໜຸ່ມສອງປະເທດ”. ຕາມທ່ານ Ly Vann Hong, ທູດພິເສດລັດຖະບານລາຊະອານາຈັກກຳປູເຈຍ ທັງເປັນລັດຖະມົນຕີກະຊວງຖະແຫຼງຂ່າວ ລາຊະອານາຈັກ ກໍາປູເຈຍ ແລ້ວ: ຂ່າວສານ ແມ່ນປັດໄຈສຳຄັນ ສວມບົດບາດຮັກສາສະຖຽນລະພາບ, ຄວາມສະຫງົບປອດໄພໃນສັງຄົມ. ທ່ານ Ly Vann Hong ກໍຕີລາຄາສູງບົດບາດຂອງບັດນານັກຂ່າວໜຸ່ມ, ຊາວໜຸ່ມໃນການປະກອບສ່ວນເຮັດໃຫ້ປະຊາຊົນທຸກຊັ້ນວັນນະມີຄວາມຮັບຮູ້ເຂົ້າໃຈແຈ້ງກວ່າ, ຕ້ານ ແລະ ທຳລາຍບັນດາຖ້ອຍທຳນອງບໍ່ມີມູນຄວາມຈິງ ເພື່ອແນໃສ່ແບ່ງແຍກຄວາມສາມັກຄີ ກໍຄືການຮັດແໜ້ນການພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາຂອງສອງປະເທດກວ່າອີກ. ຕາມທ່ານ Ly Vann Hong ແລ້ວ, ໃນຍຸກສະໄໝຂອງການການປະຕິວັດອຸດສາຫະກຳ 4.0, ເຂົາເຈົ້າໄດ້ນໍາໃຊ້ເຕັກນິກເຕັກໂນໂລຢີຂໍ້ມູນຂ່າວສານ, ລະບົບສື່ສັງຄົມອອນລາຍ ເພື່ອໂຄສະນາເຜີຍແຜ່ຢ່າງວ່ອງໄວ, ທັນການ ແລະ ມີປະສິດທິຜົນກວ່າ. ເພາະສະນັ້ນ, ບັນດານັກຂ່າວໜຸ່ມຕ້ອງຍົກສູງລະດັບຄວາມຮູ້ດ້ານວິຊາສະເພາະ, ວິຊາການ ແລະ ຄຸນທາດການເມືອງໃຫ້ໝັ້ນແກ່ນຢ່າງບໍ່ຢຸດຢັ້ງ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ. “ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ນັບມື້ນັບມີຄວາມຮຽກຮ້ອງໃຫ້ບັນດານັກຂ່າວຕ້ອງຍົກສູງລະດັບຄວາມຮູ້ຂອງຕົນຂຶ້ນຫຼາຍກວ່າ ເພື່ອຮັບໃຊ້ວຽກງານຂອງຕົນ. ກອງປະຊຸມສົນທະນາ ແມ່ນໂອກາດເພື່ອໃຫ້ບັນດານັກຂ່າວສອງປະເທດ ພົບປະ, ເຊື່ອມຕໍ່, ຮຽນຮູ້ແລກປ່ຽນເຊິ່ງກັນແລະກັນ. ເມື່ອພວກເຮົາມີການພົວພັນອັນສະໜິດແໜ້ນນຳກັນແລ້ວ ເວລານັ້ນການແລກປ່ຽນຂໍ້ມູນຂ່າວສານ ແມ່ນມີຄວາມສະດວກ ແລະ ວ່ອງໄວທີ່ສຸດ”.
TAG
VOV/VOVworld/ນັກຂ່າວໜຸ່ມ/ຊາວໜຸ່ມ/ກໍາປູເຈຍ/ຫວຽດນາມ/ສື່ມວນຊົນ
Related
More








