ນັກຮ້ອງ Andien: ຄອບຄົວ ແມ່ນກຳລັງໜູນເພື່ອສູ້ຊົນໃນພາລະກິດຂອງຕົນ
18/08/2019 02:00
(VOVWORLD) - ໂດຍເປັນຜູ້ຕາງໜ້າໃຫ້ ອິນໂດເນເຊຍ ມາເຂົ້າຮ່ວມງານມະຫາກຳດົນຕີ ຍີ່ປຸ່ນ - ອາຊຽນ ທີ່ໄດ້ຈັດຂຶ້ນເມື່ອທ້າຍເດືອນ ກໍລະກົດ ຜ່ານມາ ຢູ່ ຮ່າໂນ້ຍ, ດ້ວຍນໍ້າສຽງທີ່ເຕັມໄປດ້ວຍພະລັງຊີວິດ ນັກຮ້ອງຄົນງາມ Andien ໄດ້ເປັນທີ່ຮູ້ຈັກຂອງມະຫາຊົນພາຍໃນພາກພື້ນ ແລະ ນັບມື້ນັບຢັ້ງຢືນໄດ້ຈຸດຢືນຂອງຕົນໃນໃຈແຟນເພງ ອິນໂດເນເຊຍ. ບໍ່ພຽງແຕ່ປະສົບຜົນສຳເລັດໃນພາລະກິດໜ້າທີ່ການງານຂອງຕົນເທົ່ານັ້ນ, ນັກຮ້ອງ Andien ຍັງມີຄອບຄົວທີ່ເຕັມໄປດ້ວຍຄວາມສຸກ ພ້ອມກັບ Ippe - ຜົວຂອງຕົນ ແລະ ລູກຊາຍ Kawa ອາຍຸ ສອງປີເຄິ່ງ. ສໍາລັບນັກຮ້ອງຄົນນີ້ ຄອບຄົວຍາມໃດກໍແມ່ນບ່ອນອີງ, ແມ່ນກຳລັງໜູນເພື່ອໃຫ້ນາງສູ້ຊົນໃນພາລະກິດຂອງຕົນ.

Andien: “ການເດີນທາງມາຫວຽດນາມ ຄັ້ງນີ້ ບໍ່ແມ່ນການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງ Kawa. ໄປສະແດງສິລະປະແຕ່ລະຄັ້ງ, ຂ້າພະເຈົ້າ ລ້ວນແຕ່ພາລູກຊາຍຂອງຕົນໄປນຳ. Kawa ເລີ່ມຂີ່ຍົນແຕ່ຕອນມີອາຍຸ 2 ເດືອນ ແລະ ລາວຮູ້ສຶກມັກຫຼາຍ. ໃນການເດີນທາງແຕ່ລະຄັ້ງ, ຂ້າພະເຈົ້າ ພ້ອມດ້ວຍ ຄອບຄົວຂອງຕົນ ຍາມໃດກໍພະຍາຍາມສ້າງບັນຍາກາດທີ່ເບີກບານມ່ວນຊື່ນທີ່ສຸດ. ດັ່ງນັ້ນ, ເຖິງວ່າຈະໄປຕ່າງປະເທດກໍຕາມ ແຕ່ Kawa ຍາມໃດກໍມີຄວາມຮູ້ສຶກເໝືອນດັ່ງຢູ່ເຮືອນຂອງຕົນ”. Ippe: “ໃນການໄປສະແດງສິລະປະຢູ່ຫວຽດນາມ ຂອງ Andien ຄັ້ງນີ້, ຍາມໃດຂ້າພະເຈົ້າກໍຢູ່ຄຽງຂ້າງເພື່ອເບິ່ງແຍງ Kawa ໃນຍາມທີ່ Andien ຄາວຽກ, ນອກຈາກນັ້ນ, ຂ້າພະເຈົ້າຍັງຊ່ວຍຖ່າຍຮູບ ແລະ ຖ່າຍທຳ ວິດີໂອ ໃຫ້ແກ່ Andien ອີກດ້ວຍ. ນີ້ ກໍແມ່ນໜ້າວຽກຂອງຂ້າພະເຈົ້າໃນງານສະແດງສິລະປະຕ່າງໆຂອງ Andien ຢູ່ ຈາກາກຕາ”.
TAG
VOV/VOVworld/ຄູ່ຊີວິດ/ຍີ້ມຢອກໄຍກັນ/ນັກຮ້ອງ/Andien
Related
More








