VOV WorldVOV World
ນັກ​ຮ້ອງ Rosario Ninih Bianis ​ຜູ້​ໄດ້​ຮັບ​ລາງວັນ​ຊະ​ນະ​ເລີດ​ໃນ​ງານ​ປະ​ກວດ​ສຽງ​ເພງ​ອາ​ຊຽນ + 3 ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອ​ງ​ Sabahan, ​ມາ​ເລ​ເຊຍ
25/08/2019 07:15
(VOVWORLD) - ງານປະກວດສຽງອາຊຽນ + 3 ຄັ້ງທີ 2 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ແລະ ອຳນາດການປົກຄອງແຂວງກວ໋າງນິງ ສົມທົບກັນຈັດຕັ້ງໃນທ້າຍເດືອນກໍລະກົດຜ່ານມາ ໄດ້ເຫັນປະຈັກຕາໄຊຊະນະຂອງນັກຮ້ອງຍິງໜຸ່ມ Rosario Ninih Bianis ທີ່ມາຈາກປະເທດ ມາເລເຊຍ. ດ້ວຍນ້ຳສຽງທີ່ເຕັມໄປດ້ວຍພະລັງຊີວິດ ແລະ ຈັບອົກຈັບໃຈ, ນັກຮ້ອງ Rosario Ninih Bianis ໄດ້ຢັ້ງຢືນໃຫ້ເຫັນຊື່ສຽງຮຽງນາມຂອງຕົນໃນງານປະກວດຄັ້ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດເທື່ອລະກ້າວ.
ນັກ​ຮ້ອງ Rosario Ninih Bianis ​ຜູ້​ໄດ້​ຮັບ​ລາງວັນ​ຊະ​ນະ​ເລີດ​ໃນ​ງານ​ປະ​ກວດ​ສຽງ​ເພງ​ອາ​ຊຽນ + 3 ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອ​ງ​ Sabahan, ​ມາ​ເລ​ເຊຍ
              ສຽງເວົ້າສຽງຫົວ ແລະ ສຽງໂຮຮ້ອງທີ່ຄຶກຄື້ນຢູ່ສະໂມສອນສູນວາງແຜນຜັງ, ນະຄອນຮ້າລອງ ໄດ້ງຽບສະຫງັດລົງ ເມື່ອ Rosario Ninih Bianis ອອກສຽງຂັບຮ້ອງບົດເພງທີ່ມີຊື່ວ່າ “Run” ເຊິ່ງ ນາງໄດ້ເລືອກສະແດງໃນຄ່ຳຄືນຮອບຊີງຊະນະເລີດ ງານປະກວດສຽງເພງ ອາຊຽນ + 3 ປີ 2019. ໂດຍເປັນຜູ້ສະແດງສຸດທ້າຍ, Rosario Ninih Bianis ຮູ້ສຶກຖືກກົດດັນຫຼາຍກວ່າເມື່ອທຽບໃສ່ຜູ້ເຂົ້າຮ່ວມປະກວດຄົນອື່ນໆ. ແຕ່ບໍ່ແມ່ນບັງເອີນທີ່ເຂົາເຈົ້າເຄີຍເວົ້າປະໂຫຍກທີ່ວ່າ save the best for last ໝາຍຄວາມວ່າ ສະຫງວນສິ່ງທີ່ພິເສດທີ່ສຸດໄວ້ສຸດທ້າຍ. ຕາມຄວາມຄິດຂອງບາງຄົນແລ້ວ, ຜິວສີດຳໆ, ຮ່າງກາຍອວບໆຂອງນັກຮ້ອງ Rosario Ninih Bianis ອາດຈະບໍ່ພົ້ນເດັ່ນຢູ່ເທິງເວທີປານໃດ ແຕ່ສຽງຮ້ອງຂອງນາງພັດຈົບອົກຈັບໃຈຜູ້ຊົມເໝືອນດັ່ງຊຸດກະໂປ່ງທີ່ເຫຼື້ອມຍິບຫຍັບຂອງນາງ. “ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍ, ເຖິງວ່າກ່ອນໜ້ານັ້ນ ຂ້າພະເຈົ້າໄດ້ຟັງເພງ ແລະ ຊ້ອມຫຼາຍເທື່ອແລ້ວ. ຂ້າພະເຈົ້າເວົ້ານໍາຕົນເອງວ່າ ບໍ່ຕ້ອງສົນໃຈເຖິງໝາກຜົນ, ຈົ່ງພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ຂັບຮ້ອງໃຫ້ດີທີ່ສຸດ ພ້ອມທັງຫວັງວ່າ ຜູ້ຊົມຈະມັກລາຍການສະແດງຂອງຕົນ”.  
TAG
VOV/VOVworld/Rosario/ມາເລເຊຍ/ເອກອ້າງທະນົງໃຈ

More