VOV WorldVOV World
ນົກຫາຍາກຫລາຍຊະນິດຢູ່ ກຳປູເຈຍ ດຶງດູດນັກທ່ອງທ່ຽວ
01/03/2015 08:37
(vovworld)-ເມື່ອ​ເວົ້າ​ເຖິງ​ລາຍ​ການ​​ທ່ອງ​ທ່ຽວ ກຳ​ປູ​ເຈຍ ​ນັກ​ທ່ອງ​ທ່ຽວ​ເຄີຍ​ຄິດ​ເຖິງ​ການ​ຢ້ຽມ​ຢາມ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ວັດ​ວາ​ອາ​ຮາມ​ບູ​ຮານ​ຢູ່​ທີ່ນີ້
ນົກຫາຍາກຫລາຍຊະນິດຢູ່ ກຳປູເຈຍ ດຶງດູດນັກທ່ອງທ່ຽວ
(vovworld)-ເມື່ອ​ເວົ້າ​ເຖິງ​ລາຍ​ການ​​ທ່ອງ​ທ່ຽວ ກຳ​ປູ​ເຈຍ ​ນັກ​ທ່ອງ​ທ່ຽວ​ເຄີຍ​ຄິດ​ເຖິງ​ການ​ຢ້ຽມ​ຢາມ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ວັດ​ວາ​ອາ​ຮາມ​ບູ​ຮານ​ຢູ່​ທີ່ນີ້. ເພື່ອ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ໃຫມ່, ໄລ​ຍະ​ມໍ່ໆ​ມານີ້ ປະ​ຊາ​ຊົນ​ກຳ​ປູ​ເຈຍ ໄດ້​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ລາຍ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ຢູ່​ເຂດ​ອະ​ນຸ​ລັກ​ຮັກ​ສາ​ນົກ​ຫາ​ຍາກ​ຫລາຍ​ຊະ​ນິດ​ຢູ່ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ ຫນອງ Tonle Sap. ມາຢ້ຽມ​ຢາມ​ແຫ່ງນີ້ ນັກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ໄດ້​ຢ້ຽມ​ຊົມ​​ນົກ​ຫາ​ຍາກຫລາຍ​ຊະ​ນິດ​ມີ​ຄວາມ​ສ່ຽງ​ຖືກ​ດັບ​ສູນ. ກຳ​ປັ່ນ​ຈະ​ພານັກ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ບັນ​ດາ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ ເພື່ອ​ຢ້ຽມ​ຊົມ​ ນົກ​ຫາ​ຍາກ ແລະ ຊອກ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ປະ​ຊາ​ຊົນ​ຢູ່​ທີ່ນີ້.
TAG
vovworld/ອະ​ນຸ​ລັກ​ຮັກ​ສາ

More