ໂຮງໝໍເຈິເຣີ໊ຍພະນົມເປັນ - ຂົວເຊື່ອມຕໍ່ການເຄື່ອນໄຫວສາທາລະຍະສຸກລະຫວ່າງຫວຽດນາມ ແລະ ກໍາປູເຈຍ
04/08/2019 06:00
(VOVWORLD) - ຄົນເຈັບກໍາປູເຈຍ 500 ເທື່ອຄົນ ໄດ້ຮັບການຜ່າຕັດຢ່າງສໍາເລັດ ແລະ ເກືອບ 20 ພັນເທື່ອຄົນນອນໂຮງໝໍໄດ້ຮັບການປິ່ນປົວແມ່ນບັນດາຕົວເລກທີ່ໜ້າປະທັບໃຈເຊິ່ງ ໂຮງໝໍເຈິເຣີ໊ຍ ພະນົມເປັນ ບັນລຸໄດ້ໃນໄລຍະ 5 ປີຜ່ານມາ. ໂຮງໝໍເຈິເຣີ໊ຍພະນົມເປັນ ເປັນສະຖານທີ່ກວດ, ປິ່ນປົວພະຍາດທີ່ມອິດທິພົນຊື່ສຽງຢູ່ກໍາປູເຈຍ, ພ້ອມທັງແມ່ນ ຂົວເຊື່ອມຕໍ່ ຮັດແໜ້ນບັນດາການເຄື່ອນໄຫວທາງດ້ານສາທາລະນະສຸກລະຫວ່າງສອງນະຄອນ ໂຮ່ຈີມິນ - ພະນົມເປັນເວົ້າສະເພາະ ແລະ ລະຫວ່າງ 2 ປະເທດຫວຽດນາມ-ກໍາປູເຈຍ ເວົ້າລວມ.

“ ເມື່ອຂ້າພະ ເຈົ້າ ຖືກ ເຈັບໜັກ , ຂ້າພະ ເຈົ້າ ຕ້ອງ ຂີ່ ລົດ ໄປ ປົວ ຢູ່ ຫວຽດນາມ . ແຕ່ ວ່າ , ນັບ ແຕ່ ເມື່ອ ມີ ໂຮງໝໍ ເຈິ ເຣີ໊ຍພະນົມ ເປັນ ແລ້ວ ຂ້າພະ ເຈົ້າ ສາມາດ ປະຢັດ ຄ່າ ໃຊ້ ຈ່າຍ ໄປ - ມາ , ຄ່າ ກິນ ຄ່າ ຢູ່ໄດ້ຫຼາຍພໍ ສົມຄວນ , ຍິ່ງ ໄປ ກວ່າ ນັ້ນບັນດາ ທ່ານໝໍ ຢູ່ທີ່ນີ້ລ້ວນແຕ່ແມ່ນ ເກັ່ງ ທາງ ດ້ານ ວິຊາ ສະ ເພາະ , ນອກນັ້ນຄ່າກວດ ແລະ ປິ່ນປົວ ພະຍາດ ກໍ ຖືກ ກວ່າຫຼາຍ ເທົ່າ ເມື່ອ ທຽບ ໃສ່ ໂຮງໝໍສາກົນ ແຫ່ງ ຕ່າງໆຢູ່ກໍາປູ ເຈຍ ”. ຕາມພະແນກການຂ່່າວຂອງໂຮງໝໍ ເຈິເຣີ໊ຍ ໂຮ່ຈີມິນ ແລ້ວ, ຍ້ອນສາທາລະນະສຸກຂອງ ກໍາປູເຈຍ ຍັງມີຂໍ້ຈໍາກັດທັງດ້ານພື້ນຖານໂຄງລ່າງ, ວັດຖຸ, ອຸປະກອນ, ພະນັກງານການແພດ ແລະ ລະດັບຄວາມຮູ້ດ້ານວິຊາສະເພາະ, ສະນັ້ນໃນໄລຍະນັບແຕ່ປີ 2010 – 2013, ແຕ່ລະມື້ມີຄົນເຈັບ ກຳປູເຈຍ ປະມານ 300 ຄົນມາກວດ ແລະ ປິ່ນປົວພະຍາດຢູ່ຫວຽດນາມ. ໃນນັ້ນ, ຈຳນວນຄົນເຈັບປິ່ນປົວຢູ່ໂຮງໝໍ ເຈິເຣີ໊ຍ ໂຮ່ຈີມິນ ເພິ່ມຂຶ້ນ 90% ເຮັດໃຫ້ຄົນເຈັບລົ້ນໂຮງໝໍ. ຕໍ່ໜ້າສະພາບການດັ່ງກ່າວ, ໂດຍໄດ້ມີການໜູນຊ່ວຍ ແລະ ການຮ່ວມມືຈາກໂຮງໝໍເຈິເຣີ໊ຍໂຮ່ຈີມິນ, ໂຮງໝໍເຈິເຣີ໊ຍພະນົມເປັນ ໄດ້ເລີ່ມນໍາເຂົ້າເຄື່ອນໄຫວຢ່າງເປັນທາງການເມື່ອປີ 2014 ດ້ວຍຈຸດປະສົງຢາກກາຍເປັນໜຶ່ງໃນບັນດາໂຮງໝໍບັນລຸມາດຕະຖານສາກົນ ເພື່ອຮັບໃຊ້ບໍລິການກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນ ກຳປູເຈຍ. ພ້ອມທັງກໍ່ສ້າງ, ຖ່າຍທອດເຕັກໂຍໂລຢີ ສາທາລະນະສຸກໃຫ້ບັນດາທ່ານໝໍຂອງ ກຳປູເຈຍ. ນັບແຕ່ປີ 2014 ຮອດປີ 2017, ຈຳນວນຄົນເຈັບນອນຢູ່ໂຮງໝໍດັ່ງກ່າວແມ່ນ 4.300 ຄົນ ໄດ້ເພີ່ມຂຶ້ນເກືອບ 5 ເທົ່າ ແລະ ເດືອນສິງຫາປີ 2018 ຈໍານວນຄົນເຈັບນອນໂຮງໝໍເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017.
TAG
VOV/VOVworld/ໂຮງໝໍເຈິເຣີ້ຍພະນົມເປັນ/ຫົວໃຈຊີບພະຈອນ/ໂຮງໝໍເຈິເຣີ໊ຍໂຮ່ຈີມິນ
Related
More








