ປະເທດອິນໂດເນເຊຍ ໃນສາຍຕາຂອງຜູ້ຟັງວິທະຍຸຊາວຫວຽດນາມ
15/03/2020 06:00
(VOVWORLD) -ການເສັງ “ຊອກຮູ້ກ່ຽວກັບການຢ້ຽມຢາມປະເທດອິນໂດເນເຊຍຂອງປະທານໂຮ່ຈີມິນ ແລະການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອິນໂດເນເຊຍ Soekarno” ໄດ້ສິ້ນສຸດລົງ 2 ເດືອນກວ່າແລ້ວ. ແຕ່ສໍາລັບອ້າຍ ຕື່ແທັງຟອງ ຜູ້ທີ່ຍາດໄດ້ລາງວັນພິເສດໃນການເສັງດັ່ງກ່າວ, ຄວາມຮູ້ສຶກຂອງລາວ ເບິ່ງຄືວ່າຍັງເໝືອນເດີມ, ພິເສດ ເມື່ອລາວຫາກໍສິ້ນສຸດການເດີນທາງໄປຢ້ຽມຢາມປະເທດອິນໂດເນເຊຍ ໃນເວລາ 5 ວັນ ໃນຊຸມວັນຕົ້ນລະດູບານໃໝ່ 2020. ຕໍ່ໄປນີ້, ເຊີນທ່ານຜູ້ຟັງພ້ອມກັບພວກຂ້າພະເຈົ້າພົບປະໂອ້ລົມກັບ ອ້າຍຕື່ແທັງຟອງ ເພື່ອຮັບຟັງຄວາມຮູ້ສຶກຂອງລາວພາຍຫຼັງການຢ້ຽມຢາມປະເທດອິນໂດເນເຊຍຄັ້ງນີ້.

ບຸນຫວາດສະໜາຊັກພາອ້າຍຕື່ແທັງຟອງ ໄດ້ມີໂອກາດໄປຢ້ຽມຢາມປະເທດອິນໂດເນເຊຍ ທີ່ສວຍງາມກໍຍ້ອນຄວາມຊີນເຄີຍໃນການຮັບຟັງບັນດາລາຍການວິທະຍຸຂອງລາວເອງ. ຄວາມຊີນເຄີຍດັ່ງກ່າວຂອງລາວ ໄດ້ເລີ່ມແຕ່ຄາວຍັງນ້ອຍ ຈົນມາຮອດທຸກວັນນີ້ ເມື່ອລາວໄດ້ກາຍເປັນຕໍາຫຼວດ. ຍ້ອນຟັງວິທະຍຸ, ອ້າຍຟອງຈຶ່ງຮູ້ຈັກການເສັງ“ຊອກຮູ້ກ່ຽວກັບການຢ້ຽມຢາມປະເທດອິນໂດເນເຊຍຂອງປະທານໂຮ່ຈີມິນ ແລະການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີອິນໂດເນເຊຍ Soekarno” ໂດຍວິທະຍຸກະຈາຍສຽງຫວຽດນາມສົມທົບກັບສະຖານທູດ ອິນໂດເນເຊຍປະຈໍາຫວຽດນາມ ຈັດຕັ້ງ. ອາລົມຈິດທີ່ລາວມີຕໍ່ປະທານໂຮ່ຈີມິນກໍຄືຄວາມຮູ້ຄວາມເຂົ້າໃຈກ່ຽວກັບການພົວພັນລະຫວ່າງສອງປະເທດຫວຽດນາມ - ອິນໂດເນເຊຍ, ແລະພິເສດ ລາວມີຄວາມຫວັງຢາກມີໂອກາດໄປຢ້ຽມຢາມປະເທດທີ່ມີີເກາະນັບພັນແຫ່ງນີ້ຈຶ່ງຍິ່ງເຮັດລາວຢາກເຂ້ົາຮ່ວມການເສັງດັ່ງກ່າວ. ບັນດາຄວາມມານະພະຍາຍາມໃນຕະຫຼອດໄລຍະກວ່າ 1 ເດືອນໝົກມຸ້ນກັບການຊອກຫາຂໍ້ມູນນໍາອິນເຕີເນັດ, ນໍາຫໍສະໝຸດນັ້ນ ໃນສຸດທ້າຍກໍໄດ້ຮັບສິ່ງຕອບແທນທີ່ເໝາະສົມ. ຕົ້ນເດືອນກຸມພາຜ່ານມາ, ຄະນະຈັດຕັ້ງການເສັງດັ່ງກ່າວ ໄດ້ຈັດໃຫ້ອ້າຍ ຟອງພ້ອມດ້ວຍພັນລະຍາໄປຢ້ຽມຢາມປະເທດອິນໂດເນເຊຍ - ນີ້ແມ່ນການຢ້ຽມຢາມທີ່ມີຄວາມໝາຍ ເຊິ່ງຄະນະຈັດຕັ້ງໄດ້ມອບໃຫ້ສະເພາະຜູູ້ຍາດໄດ້ລາງວັນສູງສຸດ. ໃນການຢ້ຽມຢາມຄັ້ງນີ້, ມີຫຼາຍສິ່ງຫຼາຍຢ່າງຢູ່ປະເທດນີ້ ເຮັດໃຫ້ອ້າຍຟອງ ມີຄວາມປະທັບໃຈ. “ ລະ ບົບຄົມມະນາຄົມຄວາມໄວສູງ ແລະ ສາທາລະນະ ຢູ່ ທີ່ ນີ້ ໄດ້ ຮັບ ຄວາມ ເອົາ ໃຈ ໃສ່ ລົງທຶນ ແລະພັດທະນາ ພໍ ສົມຄວນ . ພວກ ຂ້າພະ ເຈົ້າ ໄດ້ຕົກສະ ເງີ້ເມື່ອ ເຫັນ ວ່າ ນະຄອນຫລວງ ຈາ ກາ ຕາ ແມ່ນ ແຕກ ຕ່າງ ກັບ ແນວ ຄິດ ຂອງ ຕົນ . ທໍາ ອິດ ຂ້າພະ ເຈົ ້າຄິດ ວ່າ ຈາ ກາ ຕາ ແມ່ນ ນະຄອນຫຼວງທີ່ ແອ ອັດ , ແຕ່ ເມື່ອ ມາ ຮອດຈິ່ງເຫັນວ່າ ຈາ ກາ ຕາ ສົມເປັນນະຄອນສີຂຽວຢ່າງ ແທ ້ຈິງ . ມີຕົ້ນ ໄມ້ ໃບ ຫຍ້າ ຢູ່ ທົ່ວທຸກ ບ່ອນ ແລະ ມີການວາງ ແຜນ ຜັງຕົວເມືອງສວຍງາມ ພໍ ສົມຄວນ . ສະຖາປັດຕະຍາ ກໍາ ຂອງ ນະຄອນ ນີ້ກໍເປັນໜ້າຈັບ ໃຈຫຼາຍ . ມີບັນດາ ສະຖາ ປັດຕະຍາ ກໍາ ຂອງ ຊາວ ອິດສະ ລາມ ສະຫຼັບກັບ ສະຖາປັດຕະຍາ ກໍາ ຂອງ ໂຮ ນລັງ . ນອກ ຈາກ ນັ້ນ ຍັງ ມີ ຕຶກອາຄານທີ່ທັນ ສະ ໄໝຫຼາຍຕຶກ ແລະກິດຈະ ກໍາ ສະຖາປັດຕະຍາ ກໍາ ສິລະ ປະ ພິ ເສດ ອັນ ໄດ້ ເຮັດ ໃຫ້ຈາ ກາກ ຕາ ກາຍ ເປັນ ນະຄອນ ທີ່ ມີ ມົນ ສະ ເໜ່ສະ ເພາະ ຂອງ ຕົນ ”.
TAG
VOV/VOVworld/ຜູ້ຟັງວິທະຍຸ/ອິນໂດເນເຊຍ/ປະທານໂຮ່ຈີມິນ/ປະທານາທິບໍດີອິນໂດເນເຊຍ Soekarno
Related
More








