ປະສິດທິຜົນທີ່ໜ້າປະທັບໃຈ ຈາກຮູບແບບ Homestay
12/05/2019 07:00
(VOVWORLD) - ໂດຍໄດ້ສ້າງຕັ້ງຂຶ້ນກ່ອນນີ້ກວ່າ 60 ປີ, ໂຮງຮຽນມິດຕະພາບ T78 ຕັ້ງຢູ່ຕາແສງເຖາະລົກ, ເມືອງ ຟຸກເທາະ, ຮ່າໂນ້ຍ ເຊິ່ງເປັນໂຮງຮຽນບໍາລຸງສ້າງນັກຮຽນລາວ ທີ່ມາຮຽນກຽມພາສາຫວຽດ ຢູ່ຫວຽດນາມ ມາໄດ້ຫຼາຍລຸ້ນຄົນ. ເພື່ອແນໃສ່ຍົກສູງລະດັບຄວາມຮູ້ກ່ຽວກັບພາສາຫວຽດ ໃຫ້ແກ່ບັນດານັກຮຽນລາວ, ທາງໂຮງຮຽນໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ຊ່ວຍບັນດານັກສຶກສາລາວ ເຂົ້າຮ່ວມການລົງທັດສະນະຕົວຈິງ, ສ້າງສະພາບແວດລ້ອມສະດວກເພື່ອໃຫ້ນັກຮຽນໄດ້ຝຶກແອບທັກສະການຮຽນພາສາຫວຽດ, ສາມາດຮຽນດ້ວຍຕົນເອງ... ໃນນັ້ນ, ພົ້ນເດັ່ນແມ່ນການເຄື່ອນໄຫວ “ພານັກຮຽນລາວໄປຮ່ວມຊີວິດຕົວຈິງຢູ່ເຮືອນປະຊາຊົນ” (Homestay).

ໂຮງຮຽນມິດຕະພາບ T78 ເລີ່ມຜັນຂະຫຍາຍລາຍການ Homestay ນັບແຕ່ສົກຮຽນ 2014 -2015 ເປັນຕົ້ນມາ, ໄລ່ມາຮອດປັດຈຸບັນ ແມ່ນຄົບຮອບ 5 ປີ ແຫ່ງການດຳເນີນປະຕິບັດ. ໃນໄລຍະ 5 ປີ ນັ້ນ, ມີນັກຮຽນເກືອບ 500 ເທື່ອຄົນໄດ້ເຂົ້າຮ່ວມລາຍການດັ່ງກ່າວ, ດ້ວຍຂອບຂະໜາດນັບມື້ນັບໄດ້ຮັບການເປີດກວ້າງໃນບໍລິເວນຕາແສງເຖາະລົກ. ເລີ່ມຈາກມີນັກຮຽນ 19 ຄົນໄປຢູ່ກັບ 10 ຄອບຄົວໃນບ້ານດຽວ ໃນສົກຮຽນ 2014 – 2015 ນັ້ນ, ຮອດສົກຮຽນ 2018 – 2019, ຈໍານວນນັກຮຽນ ໄດ້ເພີ່ມຂຶ້ນ 166 ຄົນ ເຊິ່ງໄປຢູ່ກັບກວ່າ 100 ຄອບຄົວ, ໃນ 4 ບ້ານ. ທ່ານ ຫງວຽນຫາຍແທັງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສຶກສາທິການ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ: “ນີ້ແມ່ນຮູບແບບໜຶ່ງທີ່ມີຄວາມກ້າວໜ້າ ເຊິ່ງ ຫຼາຍປະເທດທີ່ທັນສະໄໝໃນໂລກພວມໝູນໃຊ້. ພວກຂ້າພະເຈົ້າ ຕີລາຄາສູງວິທີການຈັດຕັ້ງປະຕິບັດຂອງໂຮງຮຽນ, ນີ້ແມ່ນການເຄື່ອນໄຫວທີ່ມີປະສິດທິຜົນໃນຫຼາຍດ້ານຢ່າງແທ້ຈິງ. ລາຍການດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍກ່ຽວກັບດ້້ານວິຊາສະເພາະຄື ຊ່ວຍໃຫ້ນັກຮຽນມີໂອກາດໄດ້ແອບເວົ້າພາສາຫວຽດ, ຮູ້ຄຳສັບໃໝ່ຫຼາຍຂຶ້ນ ແລະ ເປີດກວ້າງລະດັບຄວາມຮູ້ເທົ່ານັ້ນ ຫາກຍັງເພີ່ມທະວີຄວາມເຂົ້າໃຈກ່ຽວກັບຊີວິດວັດທະນະທຳ, ຮີດຄອງປະເພນີຂອງຊາວຫວຽດນາມ ອີກດ້ວຍ”.
TAG
VOV/VOVworld/Homestay/ໂຮງຮຽນມິດຕະພາບ T78
Related
More








