VOV WorldVOV World
ພັນ​ເອກ Rem Kann ​ແລະ ຄວາມ​ຮັກ​ຫວຽດນາມ
22/09/2019 07:00
(VOVWORLD) - ທ່ານພັນເອກ Rem Kann ດໍາລົງຕໍາແໜ່ງເປັນຫົວໜ້າທູດທະຫານ ລາຊະອານາຈັກ ກໍາປູເຈຍ ປະຈໍາ ຫວຽດນາມ ນັບແຕ່ເດືອນ ກັນຍາປີ 2016 ມາຮອດປັດຈຸບັນ. ທ່ານເປັນໜຶ່ງໃນຈໍານວນຄົນຕ່າງປະເທດສ່ວນໜ້ອຍທີ່ສາມາດເວົ້າພາສາຫວຽດນາມ ຢ່າງລຽນໄຫຼຄືພາສາແມ່. ທ່ານພັນເອກ Rem Kann ບໍ່ພຽງແຕ່ແມ່ນຫົວໜ້າທູດການທະຫານຄົນໜຶ່ງທີ່ດຸໝັ່ນຂະຫຍັນພຽນເທົ່ານັ້ນ ຫາກຍັງແມ່ນພໍ່ຜູ້ທີສອງຂອງບັນດາພົນທະຫານ ກໍາປູເຈຍ ທີ່ພວມຮໍ່າຮຽນ ແລະ ຝຶກແອບຢູ່ຫວຽດນາມນໍາອີກ. ຈົ່ງທໍາຄວາມລຶ້ງເຄີຍກັບທ່ານພັນເອກ Rem Kann ຜ່່ານບົດຂຽນຂອງນັກຂ່າວ ເລຮຸ່ງ.
ພັນ​ເອກ Rem Kann ​ແລະ ຄວາມ​ຮັກ​ຫວຽດນາມ
“ພັນເອກ Rem Kann ແມ່ນແບບຢ່າງໃຫ້ພວກຂ້າພະເຈົ້າຮໍ່າຮຽນຕາມ. ແຕ່ລະການກະທໍາທີ່ເລັກໆນ້ອຍໆຄື: ຢື້ຢາມຖາມຂ່າວ, ຊ່ວຍເຫຼືອ... ເມື່ອພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກນັ້ນ ລ້ວນແຕ່ແມ່ນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງ ສໍາລັບບັນດາສໍາມະນາກອນ. ຂ້າພະເຈົ້າຍັງຈື່ໄດ້ວ່າ ມີເທື່ອໜຶ່ງທີ່ໝູ່ຂອງຂ້າພະເຈົ້າມີວຽກຕ້ອງກັບເມືອປະເທດຢ່າງຮີບດ່ວນ, ທ່ານ Rem Kann ເອງແມ່ນຜູ້ທີ່ໄດ້ຊ່ວຍໝູ່ຂອງຂ້າພະເຈົ້າແລ່ນເອກະສານເພື່ອຊື້ປີ້ຍົນໃຫ້ໝູ່ຂອງຂ້າພະເຈົ້າ. ພວກຂ້າພະເຈົ້າຮູ້ສຶກໂຊກດີເມື່ອໄດ້ຮັບການຊ່ວຍເຫຼືອ ແລະ ການນໍາພາຂອງທ່ານພັນເອກ Rem Kann”.         “ເມື່ອຂ້າພະເຈົ້າຮຽນປີທໍາອິດ, ພວກຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເພາະວ່າ 2 ເດືອນຈຶ່ງໄດ້ຮັບເງິນເບ້ຍລ້ຽງເທື່ອໜຶ່ງ ແລະ ທ່ານພັນເອກ Rem Kann ເອງແມ່ນຜູ້ທີ່ໄດ້ສະເໜີຕໍ່ຜູ້ອໍານວຍການໂຮງຮຽນ. ດັ່ງນັ້ນ ພວກຂ້າພະເຈົ້າ ຈຶ່ງໄດ້ຮັບເງິນເບ້ຍລ້ຽງທຸກເດືອນ. ເນື່ອງຈາກນ້ັນ, ບັນດາຄວາມຫຍຸ້ງຍາກໃນເບື້ອງຕົ້ນຂອງພວກຂ້າພະເຈົ້າໄດ້ຮັບການແກ້ໄຂ ແລະ ມີເງື່ອນໄຂດ້ານວັດຖຸ ກໍຄືຄວາມອຸ່ນອ່ຽນໃຈສືບຕໍ່ຮໍ່າຮຽນ ແລະ ຝຶກແອບ. ຫວນຄືນຊຸມເດືອນວັນນັ້ນ, ພວກຂ້າພະເຈົ້າຍາມໃດກໍຮູ້ບຸນຄຸນທ່ານ Rem Kann ທີ່ໄດ້ໃຫ້ການເບິ່່ງແຍງດູແລຢ່າງສຸດຈິດສຸດໃຈ ແລະ ທັນການ”. ທ່ານພັນເອກ Rem Kann          ນັ້ນພຽງແຕ່ແມ່ນໜຶ່ງໃນບັນດາການຊ່ວຍເຫຼືອ ເຊິ່ງທ່ານ Rem Kann ໄດ້ສະຫງວນໃຫ້ບັນດາສໍາມະນາກອນ. ແຕ່ລະປີ, ມີສໍາມະນາກອນປະມານກວ່າ 3.000 ຄົນ ມາຮໍ່າຮຽນຢູ່ໂຮງຮຽນແຫ່ງຕ່າງໆໃນທົ່ວປະເທດ ຫວຽດນາມ. ດ້ວຍຈໍານວນພົນທະຫານເຫຼົ່່ານັ້ນ ຍາກທີ່ຈະຄວບຄຸມ, ເກັບກໍາສະພາບການ ແລະ ໃຫ້ການໜູນຊ່ວຍເຂົາເຈົ້າຢ່າງທັນການໄດ້, ແຕ່ທ່ານພັນເອກ Rem Kann ຍັງຄົງສັບຊ້ອນເວລາ ເພື່ອລະດົມກໍາລັງໃຈໃຫ້ແກ່ເຂົາເຈົ້າ.         “ຂ້າພະເຈົ້າໄດ້ຈັດແບ່ງເວລາສ່ວນຫຼາຍ ເພື່ອໄປຢ້ຽມຢາມບັນດາຮາກຖານບໍາລຸງສ້າງໃນທົ່ວປະເທດເພື່ອເກັບກໍາສະພາບການ ແລະ ໃຫ້ຄວາມເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງສໍາມະນາກອນ. ເພາະວ່າ ຂ້າພະເຈົ້າໄດ້ຖືເຂົາເຈົ້າເໝືອນດັ່ງລູກຫຼານໃນຄອບຄົວດຽວກັນ ສະນັ້ນ ຂ້າພະເຈົ້າກັບເມືອປະເທດພຽງແຕ່ເມື່ອມີການປະຊຸມ ຫຼື ໄປຮັບໃຊ້ຄະນະຜູ້ແທນເທົ່ານັ້ນ ສ່ວນວັນບຸນທີ່ເປັນມູນເຊື້ອຫຼືວັນບຸນໃຫຍ່ຂອງ ກໍາປູເຈຍນັ້ນ ແມ່ນຂ້າພະເຈົ້າລ້ວນແຕ່ຢູ່ນີ້ເພື່ອໃຫ້ກໍາລັງໃຈບັນດາອ້າຍນ້ອງ , ໜູນຊ່ວຍ ແລະ ແກ້ໄຂວຽກດ່ວນຂອງເຂົາເຈົ້າໃຫ້ທັນການ”.         ໜຶ່ງໃນບັນດາເງື່ອນໄຂສະດວກຂອງທ່ານ Rem Kann ເມື່ອເຮັດວຽກງານເຫຼົ່ານັ້ນ ແມ່ນຍ້ອນເພິ່ນຮູ້ພາສາຫວຽດໄດ້ຢ່າງເລິກເຊິ່ງ ແລະ ສາມາດຟັງ, ເວົ້າ, ອ່ານ, ຂຽນ ໄດ້ຢ່າງຊໍານານ. ທ່ານ Rem Kann ເກີດປີ 1961. ເມື່ອເພິ່ນມີອາຍຸ 23 ປີ, ເພິ່ນໄດ້ຖືກສົ່ງໄປຮຽນພາສາຫວຽດ ຢູ່ໂຮງຮຽນວັດທະນະທໍາກອງທັບກໍາປູເຈຍ. ຫຼັງຈາກນັ້ນ, ທ່ານໄດ້ສົ່ງໄປຮຽນພາສາຫວຽດໂດຍກົງຢູ່ວິທະຍາຄານທະຫານເຮືອຫວຽດນາມ ເປັນເວລາ 3 ປີ. ນັບແຕ່ປີ 2016, ທ່ານໄດ້ກັບມາຫວຽດນາມ ໃນຖານະເປັນຫົວໜ້າຫ້ອງທູດທະຫານລາຊະອານາຈັກ ກໍາປູເຈຍ. ເພິ່ນໄດ້ກາຍເປັນພໍ່ຜູ້ທີ 2  ຂອງບັນດາສໍາມະນາກອນການທະຫານ ກໍາປູເຈຍ ທີ່ພວມຮໍ່າຮຽນ ແລະ ຝຶກແອບຢູ່ຫວຽດນາມ, ພ້ອມທັງເປັນທີ່ປຶກສາການທະຫານທີ່ສຸດຈິດສຸດໃຈກັບວຽກງານຂອງຕົນ.         “ເມື່ອດໍາລົງຕໍາແໜ່ງເປັນຫົວໜ້າທູດທະຫານ ລາຊະອານາຈັກ ກໍາປູເຈຍ, ຂ້າພະເຈົ້າຍາມໃດກໍພະຍາຍາມເພື່ອປະຕິບັດບັນດາໜ້າທີ່ຂອງຕົນໃຫ້ດີທີ່ສຸດ. ໄປຄຽງຄູ່ກັນນັ້ນ, ດ້ວຍຄວາມປາດຖະໜາຢາກອຸທິດສ່ວນໃຫ້ແກ່ຂົງເຂດການທະຫານຂອງສອງປະເທດຫຼາຍກວ່າອີກ, ຂ້າພະເຈົ້າພວມສົມທົບກັບຝ່າຍຫວຽດນາມ ຮຽບຮຽງ ວັດຈະນານຸກົມສະເພາະຂະແໜງການທະຫານ ຫວຽດ - ຂະແມ ເພື່ອຊ່ວຍສອງຝ່າຍມີຄວາມສະດວກໃນການເຈລະຈາ ແລະ ເປັນເອກະສານສະບັບໜຶ່ງຮັບໃຊ້ໃຫ້ແກ່ການຮໍ່າຮຽນຂອງບັນດາສໍາມະນາກອນ ອັນໄດ້ຊ່ວຍໃຫ້ເຂົາເຈົ້າສາມາດສະສົມຄໍາສັບພາສາຫວຽດເພີ່ມເຕີມ”.  
TAG
VOV/VOVworld/ພັນເອກ Rem Kann/ກໍາປູເຈຍ/ທູດທະຫານ

More