VOV WorldVOV World
​​ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ
01/09/2019 05:00
(VOVWORLD) -ຄ້າຍພັກແລ້ງ ຫວຽດນາມ 2019 ທີ່ຖືກຈັດຂຶ້ນຫວ່າງແລ້ວນີ້, ໂດຍຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ຂຶ້ນກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ, ໂດຍມີການເຂົ້າຮ່ວມຂອງເພື່ອນໜຸ່ມຫວຽດນາມ ທີ່ມີອາຍຸ ແຕ່ 16 – 24 ປີອາໄສຢູ່ 29 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນຈໍານວນບັນດາຊາວໜຸ່ມທີ່ເຂົ້າຮ່ວມຄ້າຍພັກແລ້ງຄັ້ງນີ້ ມີຊາວໜຸ່ມຫຼາຍຄົນເວົ້າພາສາຫວຽດໄດ້ດີ, ໃນນັ້ນ ບັນດາຊາວໜຸ່ມ ອາຊຽນ ເວົ້າຂອດກວ່າໝູ່. ພວກເພື່ອນແມ່ນລຸ້ນຄົນທີ 3, ທີ 4 ຮຽນພາສາຫວຽດ ເພື່ອຮັກສາສີສັນວັດທະນະທຳຂອງຊາດຫວຽດນາມຢູ່ຕ່າງປະເທດ. ຕໍ່ໄປນີ້, ຈົ່ງພ້ອມກັນຊອກຮູ້ກ່ຽວກັບປະໂຫຍດເມື່ອຮຽນພາສາຫວຽດ ຂອງບັນດາຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຜ່ານບົດຂຽນ “ຊາວໜຸ່ມຫວຽດນາມ ອາໄສຢູ່່ບັນດາປະເທດ ອາຊຽນ ກັບຄວາມຮັກຕໍ່ພາສາຫວຽດ” ຂອງນັກຂ່າວ ເຈິ່ນຕ໊ວນ.
​​ຊາວໜຸ່ມ​ຫວຽດ​ນາມ ອາ​ໄສ ​ຢູ່​​ບັນ​ດາ​ປະ​ເທດ ອາ​ຊຽນ ກັບ​ຄວາມ​ຮັກ​ຕໍ່​ພາ​ສາ​ຫວຽດ
ຖ້າຫາກວ່າ ກ່ອນນີ້ 10 ປີ, ອັດຕາສ່ວນຊາວໜຸ່ມຫວຽດນາມ ອາໄສຢູ່ບັນດາປະເທດ ອາຊຽນ ຮຽນພາສາຫວຽດ ກວມເອົາປະມານ 50% ນັ້ນ, ປັດຈຸບັນນີ້, ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນ 70%. ມີເພື່ອນໜຸ່ມຫຼາຍຄົນຮຽນພາສາຫວຽດ ເພື່ອຮູ້ຕື່ມອີກພາສາໜຶ່ງ, ແຕ່ກໍມີເພື່ອນໜຸ່ມຫຼາຍຄົນ ຮຽນພາສາຫວຽດ ເພື່ອກັບເມືອ ຫວຽດນາມ ຮ່ຳຮຽນ, ເຮັດວຽກ ຫຼື ຊອກຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດ, ກົກເຄົ້າເຫງົ້າກໍຫຼືເລືອດເນື້ອເຊື້ອສາຍຂອງຕົນ.           ດ້ວຍສຽງເວົ້າທີ່ຍັງບໍ່ຂອດປານໃດ ແລະ ການໃຊ້ຄຳສັບທີ່ລຽບງ່າຍ, ເດືອງກິມຮົ່ງ ອາຍຸ 19 ປີ ມາຈາກ ກຳປູເຈຍ ຮູ້ສຶກພາກພູມໃຈເມື່ອໄດ້ແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກໃນການຮຽນພາສາຫວຽດ ນັບແຕ່ຕອນເລີ່ມຕົ້ນຕະຫຼອດຮອດເວລາອ່ານໄດ້ຂຽນເປັນ. ຮົ່ງໃຫ້ຮູ້ວ່າ: ສິ່ງທີ່ລາວໄດ້ຮັບຫຼາຍສຸດຈາກການຮຽນພາສາຫວຽດ ແມ່ນ ໄດ້ໃກ້ຊິດກັບຍາດຕິພີ່ນ້ອງ ແລະ ເຂົ້າໃຈ ກ່ຽວກັບບ້ານເກີດເມືອງນອນຂອງຕົນຫຼາຍກວ່າເກົ່າ.                      
TAG
VOV/VOVworld/ຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ/ພາສາຫວຽດນາມ/ອາຊຽນ

More