VOV WorldVOV World
ທິດ​​ກ້າວ​ເດີນ​ໃຫ້​ການ​ຮ່ວມ​ມື​​ກ່ຽວ​ກັບນ້ຳ​ມັນ​ປາມ ລະ​ຫວ່າງ ຫ​ວຽດ​ນາມ - ອິນ​ໂດ​ເນ​ເຊຍ
20/09/2020 07:00
(VOVWORLD) -ອິນໂດເນເຊຍ ແມ່ນປະເທດສົ່ງອອກນ້ຳມັນປາມຫຼາຍທີ່ສຸດໃນໂລກ. ໃນຂະນະທີ່ຫວຽດນາມແມ່ນປະເທດທີ່ມີຄວາມຕ້ອງການໃຊ້ນ້ຳມັນໃນການປຸງແຕ່ງອາຫານຫຼາຍ. ສະນັ້ນ, ອິນໂດເນເຊຍ ແລະ ຫວຽດນາມ ມີກາລະໂອກາດຮ່ວມມືຫຼາຍຢ່າງເພື່ອຜົນປະໂຫຍດຂອງທັງສອງປະເທດ. ຕໍ່ໄປ, ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ ດ້ວຍຫົວຂໍ້ “ທິດກ້າວເດີນໃຫ້ການຮ່ວມມືກ່ຽວກັບນ້ຳມັນປາມ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ.
ທິດ​​ກ້າວ​ເດີນ​ໃຫ້​ການ​ຮ່ວມ​ມື​​ກ່ຽວ​ກັບນ້ຳ​ມັນ​ປາມ ລະ​ຫວ່າງ ຫ​ວຽດ​ນາມ - ອິນ​ໂດ​ເນ​ເຊຍ
          ໃນກາງເດືອນ ສິງຫາ 2020 ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືກ່ຽວກັບນ້ຳມັນປາມ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ”. ກອງປະຊຸມໄດ້ປືກສາຫາລືກ່ຽວກັບທ່າອ່ຽງ ແລະ ມາດຕະການຊຸກຍູ້ການຮ່ວມມືໃນການຄ້ານ້ຳມັນປາມຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ, ກໍຄື ເພີ່ມທະວີການຕິດຕໍ່ພົວພັນ ແລະ ຕາໜ່າງດຳເນີນທຸລະກິດຂອງບັນດາວິສາຫະກິດສອງປະເທດ. ຕີລາຄາການຮ່ວມມືກ່ຽວກັບນ້ຳມັນປາມ ລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ໃນປັດຈຸບັນ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ແບ່ງປັນວ່າ:         “ນ້ຳມັນພືດ, ໃນນັ້ນຕົ້ນຕໍແມ່ນນ້ຳມັນປາມ ແມ່ນນອນໃນບັນຊີລາຍຊື່ສິນຄ້າ 10 ປະເພດສົ່ງອອກຫຼັກຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ. ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສົ່ງອອກຕົ້ນຕໍຂອງ ອິນໂດເນເຊຍ ແລະ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ. ໃນປີ 2016, ການສົ່ງອອກນ້ຳມັນພືດຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ ບັນລຸປະມານ 162 ລ້ານ USD , ຮອດປີ 2018 ເພີ່ມຂຶ້ນຢ່າງແຮງ ດ້ວຍເກືອບ 77%, ບັນລຸເກືອບ 300 ລ້ານ USD . ເຖິງຢ່າງໃດກໍຕາມ ຮອດປີ 2019, ຕົວເລກດັ່ງກ່າວພັດຫຼຸດລົງ 23%. ຮອດ 6 ເດືອນຕົ້ນປີ 2020, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ມູນຄ່າສົ່ງອອກນ້ຳມັນພືດຂອງ ອິນໂດເນເຊຍ ໄປຍັງ ຫວຽດນາມ ໄດ້ບັນລຸເກືອບ 230 ລ້ານ USD , ເພີ່ມຂຶ້ນ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019”.
TAG
VOV/VOVworld/ນໍ້າມັນປາມ/ອິນໂດເນເຊຍ/​ ນໍາເຂົ້າ/ຜູ້ບໍລິໂພກ

More