Vinamart –ຢັ້ງຢືນເຄື່ອງໝາຍການຄ້າຫວຽດນາມ ຢູ່ ກຳປູເຈຍ
01/12/2019 09:13
(VOVWORLD) - ດ້ວຍໄລຍະເກືອບ 20 ປີແຫ່ງການຄົງຕົວ ແລະ ຂະຫຍາຍຕົວຢູ່ຕະຫຼາດ ກຳປູເຈຍ, ມາຮອດປັດຈຸບັນ, ເຄື່ອງໝາຍ Vinamart ຢັ້ງຢືນໄດ້ຈຸດຢຶມ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມນິຍົມ ກໍຄືທ່າໄດ້ປຽບຂອງສິນຄ້າໃຊ້ສອຍຫວຽດນາມ ຢູ່ຕະຫຼາດກຳປູເຈຍ. ເຖິງຢ່າງໃດກໍຕາມ, ເພື່ອສາມາດຮັກສາຜົນສຳເລັດຂອງເຄື່ອງໝາຍການຄ້າຫວຽດນາມ ຢູ່ ກຳປູເຈຍ ຄືລະບົບຮ້ານສັບພະສິນຄ້າ Vinamart ຂອງນັກທຸລະກິດ ຮົ່ງທວຽນ ແມ່ນໄລຍະທາງທີ່ຫຍຸ້ງຍາກລໍາບາກພໍສົມຄວນ ສຳລັບວິສາຫະກິດຫວຽດນາມ. ໃນລາຍການຊາຍຄາອາຊຽນພາກນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ພາພວກທ່ານໄປຊອກຮູ້ກ່ຽວກັບຜົນສໍາເລັດ ກໍຄືບັນດາປະສົບການຂອງວິສາຫະກິດດັ່ງກ່າວ.

ເຖິງວ່າແມ່ນສອງປະເທດບ້ານໃກ້ເຮືອນຄຽງ ທີ່ມີເສັ້ນຊາຍແດນທາງບົກ, ເລື່ອງຂົນສົ່ງ ກໍຄື ແຊກຊຶມເຂົ້າຕະຫຼາດຂອງກັນແມ່ນມີຄວາມສະດວກຫຼາຍກໍຕາມ, ແຕ່ສິນຄ້າຫວຽດນາມ ຍັງແມ່ນສິ່ງທີ່ແປກໃໝ່ສຳລັບປະຊາຊົນ ກໍາປູເຈຍ ຍ້ອນກຳລັງແກ້ງແຍ້ງກ່ຽວກັບດ້ານລາຄາ, ຄຸນນະພາບຂອງສິນຄ້າປະເພດຕ່າງໆທີ່ມາຈາກໄທ ແລະ ຈີນ. ດ້ວຍຄວາມຕັດສິນໃຈເຮັດແນວໃດເພື່ອໃຫ້ສິນຄ້າຫວຽດນາມ ໄດ້ນໍາໄປຂາຍຢູ່ຫຼາຍແຫ່ງໃນປະເທດ ກຳປູເຈຍ, ເອື້ອຍ ຮົ່ງທວຽນ - ເຈົ້າຂອງຮ້ານສັບພະສິນຄ້າສະດວກຊື້ ແລະ ພັດທະຄານ Vinamart ທີ່ໂດ່ງດັງຂອງຫວຽດນາມຢູ່ຖະໜົນ ມໍນີວົງ, ນະຄອນຫຼວງພະນົມເປັນ ໄດ້ຊອກຮູ້ຄວາມນິຍົມຊົມຊອບຂອງຜູ້ຂາຍຍ່ອຍ ແລະ ຄວາມຊິນເຄີຍຂອງຜູ້ບໍລິໂພກ ກໍາປູເຈຍ ຢ່າງລະອຽດລະອໍ ຈຶ່ງປະສົບຜົນສຳເລັດໄດ້ຄືໃນວັນນີ້, ເອື້ອຍຮົ່ງທວຽນແບ່ງປັນວ່າ: “ກ່ຽວກັບຝ່າຍວິສາຫະກິດ, ຖ້າຫາກຢາກປະສົບຜົນສຳເລັດຢູ່ຕະຫຼາດ ກຳປູເຈຍ ນັ້ນ ກາໝາຍສິນຄ້າຕ້ອງໄດ້ຂຽນພາສາຂະແມພ້ອມ. ນອກຈາກນັ້ນ, ກ່ຽວກັບຄວາມຊິນເຄີຍຂອງຜູ້ບໍລິໂພກນັ້ນ ຄົນກຳປູເຈຍ ມັກຊື້ສິນຄ້າທີ່ມີລາຄາຖືກ, ມີຮູບແບບງາມຕາ, ມັກສີເດັ່ນແຈ້ງ ໂດຍສະເພາະແມ່ນໃນຍາມບຸນປີໃໝ່ປະຈໍາຊາດ ແລະ ເຂົາເຈົ້າມັກບຸລິມະສິດເລືອກເອົາສິນຄ້າທີ່ມີໂປໂມຊັນ, ສະນັ້ນຜູ້ຂາຍຕ້ອງມີນະໂຍບາຍເພື່ອໃຫ້ສິນຄ້າຂອງຕົນໄດ້ວາງຂາຍຢູ່ດ້ານນອກ ແລະ ເຫັນໄດ້ງ່າຍ. ບໍ່ພຽງແຕ່ເທົ່ານັ້ນ, ຄົນ ກຳປູເຈຍ ຖືກຜົນສະທ້ອນຈາກການໂຄສະນາຫຼາຍ. ເມື່ອໄດ້ຟັງວິທະຍຸ ຫຼື ເບິ່ງໂທລະທັດເຫັນເຂົາເຈົ້າໂຄສະນາອັນໃດ ແມ່ນມື້ໜ້າຈະໄປຊື້ອັນນັ້ນໂລດ”.
TAG
VOV/VOVworld/ຮົ່ງທວຽນ/Vinamart/ກໍາປູເຈຍ/ສັບພະສິນຄ້າ
Related
More








