ວິວັດການຮຽນພາສາຫວຽດ ຂອງ ອະພິຈິດ ມິງວົງທຳ - ອ້າຍບ່າວຜູ້ໄທພິການທາງສາຍຕາ
08/09/2019 05:00
(VOVWORLD) - ຄົນຕ່າງປະເທດຮຽນພາສາຫວຽດກໍຍາກແລ້ວ, ແຕ່ສຳລັບຄົນພິການທາງສາຍຕາຮຽນພາສາຫວຽດແມ່ນຍິ່ງຍາກກວ່າທົບຫຼາຍເທົ່າ. ແຕ່ ອະພິຈິດ ມິງວົງທຳ -ອ້າຍບ່າວມາຈາກ ບາງກອກ ປະເທດໄທ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ມີຄວາມເມົາມົວກັບການຮຽນພາສາຫວຽດທີ່ສຸດ. ລາວເປັນຜູ້ທີ່ຍາດໄດ້ຄະແນນສູງສຸດຂອງພະແນກ ຫວຽດນາມວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນໂຮ່ຈີມິນ ປີ 2018. ຫວ່າງມໍ່ໆມານີ້, ບົດເສັງດ້ວຍຫົວຂໍ້ “ຫວຽດນາມ ໃນສາຍຕາຂອງຂ້ອຍ” ຂອງ ອະພິຈິດ ຍາດໄດ້ລາງວັນທີໜຶ່ງໃນການເສັງ ປາຍປາກກາ VSL 2019 ໂດຍທາງໂຮງຮຽນຈັດຕັ້ງ. ຕໍ່ໄປນີ້, ພວກເຮົາຈົ່ງພ້ອມກັນທຳຄວາມຮູ້ຈັກກັບອ້າຍບ່າວຄົນນີ້ ຜ່ານສາລະຄະດີຂອງນັກຂ່າວມິງງອກ.

12 ໂມງ 15 ນາທີຂອງທຸກໆວັນໃນອາທິດ, ໃນຊຸດເຄື່ອງນຸ່ງໂສ້ງຢີນ, ເສື້ອຂາວທີ່ສຸພາບພ້ອມດ້ວຍກະເປົາພາຍສີດຳ ແລະ ໄມ້ຄ້ອນເທົ້ານໍາທາງຂອງຕົນ, ອະພິຈິດໄດ້ມີໜ້າຢູ່ທາງໜ້າປະຕູ-ບ່ອນທີ່ມີລົດຈັກຮັບຈ້າງພວມລໍຖ້າ ເພື່ອສົ່ງລາວໄປໂຮງຮຽນ.
TAG
VOV/VOVworld/ອາພິຈິດ/ພິການທາງສາຍຕາ/ພາສາຫວຽດ
Related
More








