VOV WorldVOV World
ອະ​ໄພ​ຍະ​ໂທດ: ນະ​ໂຍ​ບາຍອະ​ໄພ​ໂທດ​ສຳ​ລັບ​ຜູ້​ທີ່​ເຄີຍ​ກະ​ທຳ​ຜິດ
01/10/2024 07:39
(VOVWORLD) - ມື້ນີ້, ວັນທີ 01 ຕຸລາ, ບັນດາຄ້າຍຄຸມຂັງ, ຄ້າຍກັກຂັງຊົ່ວຄາວ ຢູ່ ຫວຽດນາມ ໄດ້ຈັດການປ່ອຍຕົວຜູ້ທີ່ມີການກະທຳຜິດທີ່ໄດ້ຮັບການອະໄພຍະໂທດຕາມຂໍ້ຕົກລົງຈາກປະທານປະເທດ. ນີ້ແມ່ນນະໂຍບາຍອະໄພໂທດພິເສດຂອງ ລັດ ຫວຽດນາມ, ໂດຍທ່ານປະທານປະເທດຕົກລົງໃຫ້ປ່ອຍຕົວນັກໂທດກ່ອນກຳນົດເວລາ ສຳລັບບຸກຄົນທີ່ຖືກຕັດສິນຈຳຄຸກແບບມີກຳນົດເວລາ, ຈຳຄຸກຕະຫຼອດຊີວິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 79 ປີ (2/9/1945 - 2/9/2024) ແລະ ປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 70 ປີ (10/10/1954 - 10/10/2024). ການອະໄພຍະໂທດປີ 2024 ອີກຄັ້ງໜຶ່ງໄດ້ຢັ້ງຢືນໃຫ້ເຫັນນະໂຍບາຍອະໄພໂທດຂອງພັກ, ລັດ ແລະ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ ທີ່ມີຕໍ່ກັບບັນດານັກໂທດ, ສົ່ງເສີມເຂົາເຈົ້າກັບໃຈກິນແໜງ, ກາຍເປັນຜູ້ທີ່ມີຜົນປະໂຫຍດໃຫ້ແກ່ສັງຄົມ.
ອະ​ໄພ​ຍະ​ໂທດ: ນະ​ໂຍ​ບາຍອະ​ໄພ​ໂທດ​ສຳ​ລັບ​ຜູ້​ທີ່​ເຄີຍ​ກະ​ທຳ​ຜິດ
ຕຳຫຼວດແຂວງ ພ້ອມດ້ວຍການນຳແຂວງ ກວ໋າງນິງ ມອບຂໍ້ຕົກລົງອະໄພຍະໂທດປີ 2024 (ພາບ: VOV)
TAG
VOV/VOVworld/ອະ​ໄພ​ຍະ​ໂທດ/ນັກ​ໂທດ/ຈຳ​ຄຸກ/ຄ້າຍ​ຄຸມ​ຂັງ

More