ອາຍຸການທີ່ເຕັມໄປດ້ວຍສິ່ງທ້າທາຍຂອງທ່ານປະທານາທິບໍດີ ຝລັ່ງ
26/04/2022 08:38
(VOVWORLD) - ໂດຍຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນທີ 24 ເມສາ, ທ່ານ Emmanuel Macron ຈະສືບຕໍ່ນຳພາປະເທດ ຝລັ່ງ ຕື່ມອີກ 5 ປີ. ເຖິງຢ່າງໃດກໍຕາມ, ຕາມວົງການນັກໄຈ້ແຍກແລ້ວ, ໃນສະເພາະໜ້າ, ທ່ານປະທານາທິບໍດີທີ່ມີອາຍຸ 44 ປີນີ້ ຈະປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ພິເສດແມ່ນການຮຳບາດແຜຂອງປະເທດທີ່ພວມຖືກແບ່ງແຍກຢ່າງເລິກເຊິ່ງນີ້.

ຕາມການປະກາດຂອງກະຊວງພາຍໃນ ຝລັ່ງ, ທ່ານ Emmanuel Macron, ອາຍຸ 44 ປີ, ຜູ້ຕາງໜ້າໃຫ້ແກ່ພັກສາທາລະນະລັດກ້າວໄປ ແລະ ເດີນຕາມທ່າອ່ຽງເປັນກາງ, ໄດ້ຮັບບັດເລືອກຕັ້ງ 58,55% ໃນການເລືອກຕັ້ງປະທານາທິບໍດີຮອບທີ 2 (ຮອບສຸດທ້າຍ) ໃນວັນທີ 24 ເມສາ. ຄູ່ແຂ່ງຂອງທ່ານ ແມ່ນທ່ານນາງ Marie Le Pen, ຜູ້ສະໝັກຮັບເລືອກຕັ້ງຝ່າຍຂວາ ໄດ້ຮັບ 41,45% ບັດສະໜັບສະໜູນ, ເຊິ່ງເປັນອັດຕາທີ່ບໍ່ແມ່ນຕ່ຳ. ທ່ານ Emmanuel Macron ຍາດໄດ້ ໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃນວັນທີ 24 ເມສາ (ພາບ: TTXVN)
TAG
VOV/VOVworld/ປະທານາທິບໍດີ/ຝລັ່ງ/ສິ່ງທ້າທາຍ/ເລືອກຕັ້ງ
Related
More








