VOV WorldVOV World
ອາແທນປະເຊີນໜ້າກັບຄວາມທົດສອບນາໆປະການ
27/02/2015 00:00
ວັນ​ທີ 25/2, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​ພາກ​ພື້ນ ເອີ​ໂຣ​ຊົນ ໄດ້​ສະ​ໜັບ​ສະ​ໜູນ​ການ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 4 ເດືອນ​ສຳ​ລັບ​ບ້ວງ​ເງິນ​ຊ່ວຍ​ກູ້​ຂອງ​ເກຼັກ ພາຍຫຼັງ​ທີ່​ໄດ້​ຮັບ​ຮອງ​ເອົາ​ສາ​ລະ​ບານ​ປະ​ຕິ​ຮູບ​ຊ​ຶ່ງ​ອາ​ແທນ​ໄດ້​ຍື່ນ​ສະ​ເໜີ
ອາແທນປະເຊີນໜ້າກັບຄວາມທົດສອບນາໆປະການ
ວັນ​ທີ 25/2, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ເງິນ​ພາກ​ພື້ນ ເອີ​ໂຣ​ຊົນ ໄດ້​ສະ​ໜັບ​ສະ​ໜູນ​ການ​ຕໍ່​ກຳ​ນົດ​ເວ​ລາ​ຕື່ມ​ອີກ 4 ເດືອນ​ສຳ​ລັບ​ບ້ວງ​ເງິນ​ຊ່ວຍ​ກູ້​ຂອງ​ເກຼັກ ພາຍຫຼັງ​ທີ່​ໄດ້​ຮັບ​ຮອງ​ເອົາ​ສາ​ລະ​ບານ​ປະ​ຕິ​ຮູບ​ຊ​ຶ່ງ​ອາ​ແທນ​ໄດ້​ຍື່ນ​ສະ​ເໜີ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ໄຊ​ຊະ​ນະ​ໃນ​ເບື້ອງ​ຕົ້ນ​ຂອງ ເກຼັກ, ອັນ​ໄດ້​ຊ່ວຍ​ປະ​ເທດນີ້ຫຼີກ​ເວັ້ນ​ໄພ​ອັນ​ຕະ​ລາຍ​ຖືກ​ລົ້ມ​ລະ​ລາຍ. ແຕ່​ວ່າ ນີ້​ພຽງ​ແຕ່​ແມ່ນ​ຈຸດ​ເວ​ລາ​ທີ່​ ອາ​ແທນ​ຕ້ອງປະ​ເຊີນ​ໜ້າ​ກັບ​ຄວາມ​ທົດ​ສອບ​ນາໆປະ​ການ. ໄດ້​ຮັບ​ການ​ຊ່ວຍ​ກູ້​ຕື່ມ​ອີກ 4 ເດືອນ, ແຕ່​ເລື່ອງນີ້​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ພັກ Syriza ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ໄດ້​ໄປ​ຝືນກັບ​ຄຳ​ໝັ້ນ​ສັນ​ຍາ​ຊຶ່ງ​​ພັກ Syriza ໄດ້​ຍົກ​ອອກ​ໃນ​ວິ​ວັດ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ ກໍ​ຄື​ໃນ​ຊວງເວ​ລາ​ຫາ​ກໍຂຶ້ນ​ກຳ​ອຳ​ນາດ. (ພາບ​ປະ​ກອບ : telegraph.co.uk)     ​ສາ​ລະ​ບານ​ປະ​ຕິ​ຮູບຂອງເກຼັກ ຊຶ່ງ​ລວມ​ມີ ບັນ​ດາ​ມາດ​ຕະ​ການ​ຕ້ານ​ສະ​ພາບ​ໜີ​ພາ​ສີ​ອາ​ກອນ, ຄ້າ​ຂາຍ​ວັດ​ຖຸ​ດິບ ແລະ ຢາ​ສູບ​ເຖື່ອນ ແລະ ປະ​ຕິ​ຮູບ​ພາກ​ລັດ. ​ສາ​ລະ​ບານ​ປະ​ຕິ​ຮູບກໍ​ລວມ​ທັງ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂວິ​ກິດ​ການ​ມະ​ນຸດ​ສະ​ທຳ, ດັບ​ປັບ​ບ້ວງ​ໜີ້​ພາ​ສີ​ອາ​ກອນ ແລະ ໜີ້​ເສຍ, ຢຸດ​ຕິ​ການ​ຢຶດ​ເຮືອນ​ເພື່ອ​ຊວດ​ຈຳ​ສຳ​ລັບ​ໜີ້​ສິນ. ກຸ່ມ 18 ລັດ​ຖະ​ມົນ​ຕີ​ການ​ເງິນ ພາກ​ພື້ນ ເອີ​ໂຣ​ຊົນໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັບ ​ສາ​ລະ​ບານ​ປະ​ຕິ​ຮູບ​ຊຶ່ງ​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງເກຼັກ ທ່ານ Alexis Tsipras ຍື່ນ​ສະ​ເໜີ້ ແລະ ຕາມ​ແຜນ​ການ​ແລ້ວ, ບ້ວງ​ເງິນ​ຊ່ວຍ​ກູ້​ຈະ​ຖືກ​ປ່ອຍ​ພາຍຫຼັງ​ທີ່​ແຜນ​ການ​ເສດ​ຖະ​ກິດ​ໃໝ່​ຂອງ​ລັດ​ຖະ​ບານ ເກຼັກ​ໄດ້​ຮັບ​ອະ​ນຸ​ມັດ​ຜ່ານ​ຈາກ​ບັນ​ດາ​ເຈົ້າ​ໜີ້. ປະ​ຈຸ​ບັນ, ທັງ EU  ແລະ ເກຼັກ ພວມ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ​ສຸດ​ທ້າຍ, ໃນ​ນັ້ນ ມີ​ການ​ປ່ອນ​ບັດ​ຢູ່​ບາງ​ສະ​ພາ​ແຫ່ງ​ຊາດ​ປະ​ເທດ​ສະ​ມາ​ຊິກ ພາກ​ພື້ນ ເອີ​ໂຣ​ຊົນ ໃນ 2-3 ມື້​ທີ່​ຈະ​ມາ​ເຖິງ.
TAG
vov/vovworld/ຊ່ວຍ​ກູ້/ເງິນ​ຊ່ວຍ​ເຫຼືອ

More