ອາຊຽນເປັນເອກະພາບ, ສາມັກຄີກັນໃນບັນຫາທະເລຕາເວັນອອກ
06/08/2015 10:30
ວັນທີ 6/8, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ AMM 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ກົວລາລຳເປີ ປະເທດມາເລເຊຍ, ໄດ້ໄຂເວທີປາໄສພາກພື້ນອາຊຽນ(ARF) ຄັ້ງທີ 22

ວັນທີ 6/8, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ AMM 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ກົວລາລຳເປີ ປະເທດມາເລເຊຍ, ໄດ້ໄຂເວທີປາໄສພາກພື້ນອາຊຽນ(ARF) ຄັ້ງທີ 22. ເວທີປາໄສໄດ້ປຶກສາຫາລືບັນດາບັນຫາທີ່ພົ້ນເດັ່ນຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເັວນອອກ. ກົງກັນຂ້າມກັບບັນດາການກະທຳຫຼົບຫຼີກຂອງປັກກິງທີ່ວ່າ ARF ບໍ່ແມ່ນບ່ອນທີ່ແທດເໝາະເພື່ອປຶກສາຫາລືກ່ຽວກັບທະເລຕາເວັນອອກ, ບັນຫານີ້ພັດກາຍເປັນເນື້ອໃນຈຸດສຸມ ທີ່ໄດ້ນຳມາປຶກສາຫາລືຫຼາຍກ່ວາໝູ່ຊຶ່ງບໍ່ພຽງແຕ່ຢູ່ໃນບັນດາວາລະກອງປະຊຸມ, ການພົບປະຕ່າງໆຢ່າງເປັນທາງການເທົ່ານັ້ນ, ຫາກຍັງຖືກນຳມາປຶກສາຫາລືທີ່ບັນດາການພົບປະຢູ່ນອກກອງປະຊຸມອີກດ້ວຍ. ເປັນໜ້າສົນໃຈແມ່ນ ອາຊຽນໄດ້ມີສຽງເວົ້າລວມທີ່ແຂງແຮງກ່ຽວກັບບັນຫານີ້. ກອງປະຊຸມ SOM ASEAN ARF ໄດ້ຮັບການດຳເນີນເປັນຄັ້ງທຳອິດໃນເດືອນ 7/1994 ຢູ່ປາງກອກ, ປະເທດໄທ, ດ້ວຍຈຸດໝາຍໃນເບື້ອງຕົ້ນແມ່ນຮັກສາການສົນທະນາ ແລະ ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາໃນຂົງເຂດການເມືອງ-ການປ້ອງກັນຄວາມສະຫງົບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດຢູ່ພາກພື້ນອາຊີ-ປາຊີຟິກ. ມາຮອດປະຈຸບັນ, ARF ມີ 27 ປະເທດເຂົ້າຮ່ວມ ຊຶ່ງລວມທັງ 10 ປະເທດອາຊຽນ, 10 ປະເທດຄູ່ເຈລະຈາຂອງອາຊຽນ ແລະ 7 ປະເທດອື່ນ. ດ້ວຍຂອບຂະໜາດ ແລະ ການເຂົ້າຮ່ວມທີ່ມີຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກ, ໃນຊຸມປີທີ່ຜ່ານມາ, ARF ໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສະພາບແວດລ້ອມແຫ່ງຄວາມໝັ້ນຄົງໃນພາກພື້ນ.
TAG
vovworld/ກອງປະຊຸມ/ລັດຖະມົນຕີ
Related
More








