VOV WorldVOV World
ອາຊຽນເປັນເອກະພາບ, ສາມັກຄີກັນໃນບັນຫາທະເລຕາເວັນອອກ
06/08/2015 10:30
ວັນ​ທີ 6/8, ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ AMM 48 ແລະ​ ບັນ​ດາກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ໄດ້​ໄຂ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ(ARF) ຄັ້ງ​ທີ 22
ອາຊຽນເປັນເອກະພາບ, ສາມັກຄີກັນໃນບັນຫາທະເລຕາເວັນອອກ
ວັນ​ທີ 6/8, ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ AMM 48 ແລະ​ ບັນ​ດາກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ, ໄດ້​ໄຂ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ(ARF) ຄັ້ງ​ທີ 22. ເວ​ທີ​ປາ​ໄສ​ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ທີ່​ພົ້ນ​ເດັ່ນຂອງ​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລຕາ​ເັວນ​ອອກ. ກົງ​ກັນ​ຂ້າມ​ກັບ​ບັນ​ດາ​ການ​ກະ​ທຳຫຼົບຫຼີກຂອງ​ປັກ​ກິງ​ທີ່​ວ່າ ARF ບໍ່​ແມ່ນ​ບ່ອນ​ທີ່​ແທດ​ເໝາະ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ທະ​ເລຕາ​ເວັນ​ອອກ, ບັນ​ຫານີ້​ພັດ​ກາຍ​ເປັນ​ເນື້ອ​ໃນ​ຈຸດ​ສຸມ ທີ່​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລືຫຼາຍ​ກ່​ວາ​ໝູ່​ຊຶ່ງບໍ່​ພຽງ​ແຕ່​ຢູ່​ໃນ​ບັນ​ດາ​ວາ​ລະກອງ​ປະ​ຊຸມ, ການ​ພົບ​ປະ​ຕ່າງໆຢ່າງ​ເປັນ​ທາງ​ການ​ເທົ່າ​ນັ້ນ, ຫາກ​ຍັງຖືກ​ນຳ​ມາ​ປຶກ​ສາ​ຫາ​ລື​ທີ່​ບັນ​ດາ​ການ​ພົບ​ປະ​ຢູ່ນອກກອງ​ປະ​ຊຸມ​ອີກ​ດ້ວຍ. ເປັນ​ໜ້າ​ສົນ​ໃຈ​ແມ່ນ ອາ​ຊຽນ​ໄດ້​ມ​ີ​ສຽງ​ເວົ້າ​ລວມ​ທີ່​ແຂງ​ແຮງ​ກ່ຽວ​ກັບ​ບັນ​ຫານີ້.   ກອງ​ປະ​ຊຸມ SOM ASEAN      ARF ໄດ້​ຮັບ​ການ​ດຳ​ເນີນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ເດືອນ 7/1994 ຢູ່​ປາງກອກ​, ປະ​ເທດໄທ, ດ້ວຍ​ຈຸດ​ໝາຍ​ໃນ​ເບື້ອງ​ຕົ້ນ​ແມ່ນ​ຮັກ​ສາ​ການ​ສົນ​ທະ​ນາ ແລະ ແລກ​ປ່ຽນ​ຄຳ​ເຫັນກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃນ​ຂົງ​ເຂດ​ການ​ເມືອງ-ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ທູດ​ຢູ່​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ. ມາ​ຮອດ​ປະ​ຈຸ​ບັນ, ARF ມີ 27 ປະ​ເທດ​ເຂົ້າ​ຮ່ວມ ຊຶ່ງ​ລວມ​ທັງ 10 ປະ​ເທດ​ອາ​ຊຽນ, 10 ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາຊຽນ ແລະ 7 ປະ​ເທດ​ອື່ນ. ດ້ວຍ​ຂອບ​ຂະ​ໜາດ ແລະ ການ​ເຂົ້າ​ຮ່ວມ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ARF ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​​ໝັ້ນ​ຄົງໃນ​ພາກ​ພື້ນ.
TAG
vovworld/ກອງ​ປະ​ຊຸມ/ລັດ​ຖະ​ມົ​ນ​ຕີ

More