ອາຊຽນຢືນຢັນບົດບາດໃຈກາງຢ່າງແຮງໃນພາກພື້ນ
03/08/2015 14:02
(vovworld)- ທີ່ສູນການຄ້າໂລກ Putra ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ພວມດຳເນີນບັນດາການເຄື່ອນໄຫວກະກຽມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 48(AMM 48)

(vovworld)- ທີ່ສູນການຄ້າໂລກ Putra ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ ພວມດຳເນີນບັນດາການເຄື່ອນໄຫວກະກຽມໃຫ້ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 48(AMM 48) ແລະ ບັນດາກອງປະຊຸມກ່ຽວຂ້ອງ ຄາດວ່າຈະໄຂຂຶ້ນໃນວັນທີ 4/8. ນີ້ແມ່ນຫນຶ່ງໃນບັນດາເຫດການປະຈຳປີທີ່ສຳຄັນໃນການເຄື່ອນໄຫວຕ່າງໆຂອງ ອາຊຽນ ໃນປີນີ້. ກວ່າ 4 ເດືອນກ່ອນທີ່ສ້າງປະຊາຄົມ ອາຊຽນ, ບັນດາກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ບໍ່ພຽງແຕ່ສິ້ນສຸດບັນດາບັນຫາສຳຄັນທີ່ສຸດຂອງ ອາຊຽນໃນປີ 2015ເທົ່ານັ້ນ ຫາກອາຊຽນ ຍັງຢືນຢັນບົດບາດໃຈກາງຢ່າງແຮງຂອງຕົນໃນພາກພື້ນ ທີ່ພວມມີການຜັນແປຢ່າງສັບສົນຫລາຍຢ່າງ ຍາກທີ່ຄາດຄະເນໄດ້. ນັບແຕ່ເມື່ອ ອາຊຽນ ໄດ້ຮັບການສ້າງຕັ້ງກ່ອນນີ້ 48 ປີ, ບັນດາປະເທດສະມາຊິກກໍ່ຕັ້ງອາຊຽນ ຍາມໃດກໍມຸ້ງໄປເຖິງຄາດໝາຍແມ່ນສະຫນິດຕິດພັນກັບທຸກປະເທດໃນພາກພື້ນ ພາຍໃຕ້ຊາຍຄາລວມ: ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຖາວອນ. ສະນັ້ນ ແນວຄວາມຄິດສ້າງປະຊາຄົມ ອາຊຽນ ຈຶ່ງຕິດພັນກັບປະຫວັດສາດ 48 ປີແຫ່ງການສ້າງຕັ້ງ ແລະ ພັດທະນາອາຊຽນ. ໃນເກືອບເຄິ່ງສັດຕະວັດຜ່ານມາ, ເຖິງວ່າ ໄດ້ຜ່ານຜ່າການຜັນແປຫລາຍຢ່າງ ແຕ່ອາຊຽນ ຍາມໃດກໍສະແດງໃຫ້ເຫັນພະລັງຊີວິດຢ່າງເຂັ້ມແຂງຂອງຕົນ. ອາຊຽນ ໄດ້ ແລະ ພວມ ແມ່ນປັດໄຈສຳຄັນ ປະກອບສ່ວນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນ ລະພາບ, ຊຸກຍູ້ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ ປາຊີຟີກ.
TAG
vovworld/ເວທີປາໄສ
Related
More








