VOV WorldVOV World
ໄມຕີຈິດມິດຕະພາບຫວຽດນາມ-ລັດເຊຍ ຍືນຍົງຄົງຕົວຕະຫຼອດໄປ
07/05/2015 12:26
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ເດີນ​ທາງ​ໄປ​ລັດ​ເຊຍ​ໃນ​ວັນ​ທີ 7/5 ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະຂອງ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່
ໄມຕີຈິດມິດຕະພາບຫວຽດນາມ-ລັດເຊຍ ຍືນຍົງຄົງຕົວຕະຫຼອດໄປ
        ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫ​ະ​ພັນ​ລັດ​ເຊຍ Vladimir Putin , ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໄດ້​ເດີນ​ທາງ​ໄປ​ລັດ​ເຊຍ​ໃນ​ວັນ​ທີ 7/5 ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະຂອງ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່​ແຕ່​ວັນ​ທີ 8-10/5/2015. ການ​ມີ​ໜ້າ​ຂອງ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ໃນ​ເຫດ​ການ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ລັດ​ເຊຍຄັ້ງນີ້ ແມ່ນ​ເພື່ອ​ແນ​ໃສ່​ຢືນ​ຢັນ​ວ່າ : ເຖິງວ່າ​ສະ​ພາບ​ການ​ໂລກ ແລະ ສະ​ພາບ​ການ​ຢູ່​ແຕ່​ລະ​ປະ​ເທດ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ​ກໍ​ຕາມ, ແຕ່​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ທີ່​ສະ​ຫງວນ​ໃຫ້​ປະ​ຊາ​ຊົນ​ສະ​ຫະ​ພາບ​ໂຊ​ຫວຽດ​​ເມື່ອ​ກ່ອນນີ້ ( ສະ​ຫະ​ພັນ​ລັດ​ເຊຍ​ໃນ​ປະ​ຈຸ​ບັນ) ບໍ່​ມີ​ວັນ​ທີ່ ຈະ​​ປ່ຽນ​ແປງ .   ວັນ​ທີ 8/2/1965, ປະ​ຊາ​ຊົນ​ລັດ​ເຊຍຈັດ​ງານ​​ຊຸມ​ນຸມ​ມິດ​ຕິງ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ       ພ້ອມ​ກັບ​ການ​ນຳ​ຂັ້ນ​ສູງ​ປະ​ມານ 30 ທ່ານ​ຂອງ​ປະ​ເທດ​ຕ່າງໆ ກໍ​ຄື​ບັນ​ດາ​ຜູ້​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ສະ​ຫະ​ປະ​ຊາ​ຊາດ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເຂົ້າ​ຮ່ວມ​ພິ​ທີ​ສວນ​ສະ​ໜາມ​ເນື່ອງ​ໃນ​ໂອ​ກາດ​ວັນ​ໄຊ​ຊະ​ນະ​ປີນີ້​ຢູ່​ຈັດ​ຕຸ​ລັດແດງ​ທີ່​ນະ​ຄອນຫຼວງ​ມົດ​ສ​ກູ. ​ພິ​ທີ​ສວນ​ສະ​ໜາມໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ ມີຂອບ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ​ຍຸກ​ທັນ​ສະ​ໄໝ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມຂອງ 15.000 ຄົນ, ລົດ​ຖັງ, ລົດ​ຫຸ້ມ​ເກາະ, ລົດ​ທະ​ຫານ…ລວມ 200 ຄັນ ພ້ອມ​ກັບອາ​ວຸດ​ຍຸດ​ທະ​ພັນ​ທັນ​ສະ​ໄໝ​ຢ່າງບໍ່​ເຄີຍ​ເຫັນ​ເທື່ອ. ນອກ​ຈາກນັ້ນ, ການ​ຢ້ຽມ​ຢາມ​ ສະ​ຫະ​ພັນ​ລັດ​ເຊຍຂອງ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ຍັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ຢ່າງ​ສະ​ໜິດ​ແໜ້ນ​ຍິ່ງ​ໆຂຶ້ນ.
TAG
vov/vovworld/ປະ​ຕິ​ວັດ/ຕໍ່​ສູ້

More