VOV WorldVOV World
ໄປຊອກຫາອະນາຄົດທີ່ສະຫວ່າງສະໄຫວມາໃຫ້ຊາດຫວຽດນາມ
03/06/2016 12:17
ວັນ​ທີ 5/6 ນີ້, ຊຶ່ງ​ແມ່ນ​ເຫດ​ການສະເຫຼີມ​ສະຫຼອງ 105 ປີແຫ່ງວັນ​ທ່ານປະ​ທານ​ໂຮ່​ຈິ​ມິນ​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. ໃນ​ວັນ​ນັ້ນ ເພີ່ມ​ໄດ້​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ​ດ້ວຍ 2 ຝາ​ມື​ເບົ່າ ແລະ ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ລົ້ນ​ເຫຼືອ
ໄປຊອກຫາອະນາຄົດທີ່ສະຫວ່າງສະໄຫວມາໃຫ້ຊາດຫວຽດນາມ
ວັນ​ທີ 5/6 ນີ້, ຊຶ່ງ​ແມ່ນ​ເຫດ​ການສະເຫຼີມ​ສະຫຼອງ 105 ປີແຫ່ງວັນ​ທ່ານປະ​ທານ​ໂຮ່​ຈິ​ມິນ​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. ໃນ​ວັນ​ນັ້ນ ເພີ່ມ​ໄດ້​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ​ດ້ວຍ 2 ຝາ​ມື​ເບົ່າ ແລະ ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ລົ້ນ​ເຫຼືອ. ຮອດ​ເວ​ລາ​ກັບ​ຄືນມາປະ​ເທດ​ຊາດ, ເພິ່​ນໄດ້​ນຳ​ທັງ​ທ້ອງ​ຟ້າ​ທີ່​ແຈ່ມ​ໃສ ແລະ ອະ​ນາ​ຄົດ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ມາ​ໃຫ້​ຊາດ​ຫວຽດ​ນາມ.                                      ທ່ານປະ​ທານ​ໂຮ່​ຈິ​ມິນ​ໄດ້​ລົງ​ເຮືອ Latouche Treville ເດີນ​ທາງອອກ​ຈາກທ່າ​ກຳ​ປັ່ນ ຍ່າ​ຮົ່ງ, ນະ​ຄອນ​ໂຮ່​ຈິ​ມິນ ເພື່ອ​ຊອກ​ຫາ​ເສັ້ນ​ທາງກູ້​ຊາດ (ພາບ​ເອ​ກະ​ສານ)       ວັນ​ທີ 5/6/1911, ທ່ານປະ​ທານ​ໂຮ່​ຈິ​ມິນ​ໄດ້​ລົງ​ເຮືອ Latouche Treville ເດີນ​ທາງອອກ​ຈາກທ່າ​ກຳ​ປັ່ນ ຍ່າ​ຮົ່ງ, ນະ​ຄອນ​ໂຮ່​ຈິ​ມິນ ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກ້າວ​ເດີນ​ໃຫ້​ປະ​ເທດ​ຊາດ. ເພາະ​ມີ​ຄວາມ​ຫວັງ​ຢາກ​ຊອກ​ຮູ້ຕົວ​ຈິງ​ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງພວມ​ເກີດ​ຂຶ້ນ​ໃນ​ສັງ​ຄົມ​ຂອງ​ປະ​ເທດ​ທຶນ​ນິ​ຍົມ. ທ່ານປະ​ທານ​ໂຮ່​ຈິ​ມິນ​ໄດ້​ເ​ລືອກ​ເອົາເສັ້​ນທາງໄປ​ຍັງ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຊຶ່ງ​ແມ່ນ​ແຫ່ງ​ໃຫ້​ກຳ​ເນີດ​ບັນ​ດາ​ແນວ​ຄິດ​ໃຫຍ່, ບັນ​ດາ​ການ​ປະ​ຕິ​ວັດ​ໃຫຍ່​ດ້ວຍ​ຄ​ວາມ​ຫວັງ “ຊອກ​ຮູ້​ຢູ່​ປະ​ເທດ​ຝະ​ລັ່ງ ແລະ ບັນ​ດາ​ປະ​ເທດ​ອື່ນ​ຄື​ແນວ​ໃດ, ແລ້ວ​ກັບ​ມາ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ”
TAG
vovworld/ປະ​ທານ​ໂຮ່​ຈິ​ມິນ

More