ໄຊຊະນະ ດ້ຽນບຽບຝູ: ຫຼັກໝາຍທີ່ຍືນຍົງຄົງຕົວຕະຫຼອດໄປ
06/05/2019 10:54
(VOVWORLD) -ກ່ອນນີ້ 65 ປີ ຄືວັນທີ 6 ພຶດສະພາ ປີ 1954, ພາຍຫຼັງ 9 ປີທຳການຕໍ່ຕ້ານຍາວນານ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະທີ່ລືຊາຜາກົດ ຂະນະທີ່ໄດ້ຕີເອົາຊະນະໃນບັ້ນຮົບຍຸດທະສາດຢູ່ ດ້ຽນບຽນຝູ. ໄຊຊະດ້ຽນບຽນຝູ ໄດ້ນຳພາກເໝືອຫວຽດນາມກ້າວເຂົ້າສູ່ໄລຍະກໍ່ສ້າງສັງຄົມນິຍົມ, ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ພາລະກິດປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ.

ທ້າຍປີ 1953, ພວກລ່າເມືອງຂຶ້ນຝະລັ່ງໄດ້ຖືກຕົກສະໜົມຢ່າງໜັກ ຢູ່ສະໜາມຮົບອິນດູຈີນ. ເພື່ອຊອກຫາວິທີການແກ້ໄຂ ໃຫ້ດຳເນີນການເຈລະຈາ, ເຮນຣີນາວາ ໄດ້ຮັບແຕ່ງຕັ້ງເປັນຜູ້ບັນຊາການໃຫຍ່ກອງກຳລັງທະຫານຝະລັ່ງຢູ່ອິນດູຈີນ. ວັນທີ 20 ພະຈີກ ປີ 1953, ກອງທັບຝະລັ່ງໄດ້ເລີ່ມຈັດສົ່ງກຳລັງໂດດຈ້ອງລົງ ດ້ຽນບຽນຝູ ແລະ ໄດ້ກໍ່ສ້າງແຫ່ງນີ້ກາຍເປັນຖານທີ່ໝັ້ນ ທີ່ບໍ່ອາດລ່ວງລ້ຳໄດ້. ຝະລັ່ງໄດ້ເຊື່ອໝັ້ນຕໍ່ເລື່ອງຫວຽດມິງວ່າ ດ້ວຍວິທີການບຸກໂຈມຕີແບບເກົ່າ ແລະ ປະສົບກັບຄວາມຫຍຸ້ງຍາກທາງດ້ານອາວຸດ ແລະ ເປັນຕົ້ນແມ່ນທາງດ້ານພະລາທິການ ແມ່ນອາດຈະຖືກປະລາໄຊຢ່າງງ່າຍດາຍ. ສ່ວນທາງຝ່າຍຫວຽດນາມ, ເຖິງວ່າໄດ້ເຫັນມີຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ກໍ່ໄດ້ກຳນົດວ່າ ດ້ຽນບຽບຝູ ແມ່ນກາລະໂອກາດໃຫຍ່ ເຊິ່ງຈະເປັນການສ້າງບາດລ້ຽວຍຸດທະສາດ, ຈາກນັ້ນກໍ່ຢຸດຕິການຕໍ່ຕ້ານຍາວນານໄດ້, ດັ່ງນັ້ນໃນປີ 1954, ປະທານ ໂຮ່ຈີມິນ ພອ້ມກັບຄະນະປະຈຳສູນກາງພັກ ໄດ້ຕັດສິນດຳເນີນບັ້ນຮົບດ້ຽນບຽບຝູ. ໃນວັນທີ 13 ມີນາ, ບັ້ນຮົບດ້ຽນບຽນຝູ ໄດ້ເລີ່ມດຳເນີນ ແລະ ແກ່ຍາວເປັນເວລາ 56 ວັນ ແລະ ຄືນ. ການສູ້ຮົບໄດ້ເກີດຂຶ້ນດ້ວຍກຳລັງຂອງຝ່າຍທີ່ຜິດດ່ຽງກັນ, ລະຫວ່າງປະເທດໜຶ່ງທີ່ມີພື້ນຖານກະສິກຳຫຼ້າຫຼັງ ກັບປະເທດໜຶ່ງພັດທະນາ; ລະຫວ່າງອຳນາດການປົກຄອງໜຶ່ງ ແລະ ກອງທັບຫາກໍໄດ້ຮັບການສ້າງຕັ້ງຂຶ້ນ, ກຳລັງຖືກປະກອບອາວຸດແບບປະຖົມປະຖານ ເພື່ອຕ້ານຄືນກອງກຳລັງທະຫານຮຸກຮານທີ່ເປັນກຳລັງຫຼວງແລະທັນສະໄໝ. 65 ປີພາຍຫຼັງວັນໄຊຊະນະ ປະຫວັດສາດ ດ້ຽນບຽນຝູ, ແຕ່ຄວາມຊົງຈຳກ່ຽວກັບຊຸມວັນເດືອນແຫ່ງການສູ້ຮົບທີ່ລຳບາກກາກກຳ ຍັງຄົງຝັງເລິກໃນຈິດໃຈຂອງບັນດາຜູ້ເຂົ້າຮ່ວມການສູ້ຮົບຄື ລຸງ ຟ້າມດັກກື, ລຸງ ໂບ້ຍວັນແທັງ, ລຸງ ຟ້າມຟູບັງ.
TAG
VOV/VOVworld/ລືຊາຜາກົດ/ໄຊຊະນະດ້ຽນບຽນຝູ/ລ່າເມືອງຂຶ້ນ
Related
More








.jpg)