APEC 2017 ຈະເຂັ້ມຂົ້ນໄປດ້ວຍຂີດໝາຍຫວຽດນາມ
29/08/2016 06:31
ຍັງອີກບໍ່ຮອດ 4 ເດືອນ, ຫວຽດນາມຈະຮັບບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຝິກ APEC ປີ 2017 ຈາກເປຣູ

ຍັງອີກບໍ່ຮອດ 4 ເດືອນ, ຫວຽດນາມຈະຮັບບົດບາດເປັນປະເທດເຈົ້າພາບຈັດກອງປະຊຸມເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຝິກ APEC ປີ 2017 ຈາກເປຣູ. ວຽກງານກະກຽມໃຫ້ແກ່ເຫດການພົວພັນຕ່າງປະເທດທີ່ສຳຄັນອັນດັບໜຶ່ງນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບເຮັ່ງຈາກຫວຽດນາມ, ຈາກການກະກຽມດ້ານເນື້ອໃນຕະຫຼອດຮອດການຮັບໃຊ້, ພິທີການ, ເຮັດແນວໃດເພື່ອໃຫ້ເຫດການນີ້ເຂັ້ມຂົ້ນໄປດ້ວຍຂີດໝາຍຫວຽດນາມ. ບັນດາປະມຸກລັດທີ່ກອງປະຊຸມ APEC 2006 ຊຶ່ງຈັດຂຶ້ນຢູ່ຮ່າໂນ້ຍ ນີ້ເປັນຄັ້ງທີ 2, ພາຍຫຼັງ 10 ປີທີ່ຫວຽດນາມເປັນປະເທດເຈົ້າພາບຈັດກອງປະຊຸມ APEC. ການຕົກລົງເປັນເຈົ້າພາບຈັດກອງປະຊຸມ APEC 2017 ແມ່ນການຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ຍົກລະດັບການພົວພັນຫຼາຍຝ່າຍຂອງຫວຽດນາມໃນໄລຍະໃໝ່.
TAG
vovword/ກອງປະຊຸມ
Related
More








