ໃຫ້ບຸລິມະສິດພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອບຸກທະລຸ
26/09/2024 10:05
(VOVWORLD) -ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດອະນາຄົດໃນຂອບເຂດສັບປະດາຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 79 ໃນວັນທີ 22 ກັນຍາ ຢູ່ ນິວຢອກ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມໂຕເລີມ ໄດ້ເນັ້ນຫນັກຢ່າງແຮງເຖິງຜົນງານດ້ານວິທະຍາສາດ, ເຕັກໂນໂລຊີ ຕ້ອງຮັບໃຊ້ຄວາມກ້າວຫນ້າສັງຄົມ, ມຸ່ງໄປເຖິງມະນຸດ, ປົດປ່ອຍມະນຸດ, ພັດທະນາມະນຸດຢ່າງຮອບດ້ານ. ຄວາມຈິງ, ຫວຽດນາມ ພວມສຸມໃສ່ບຸລິມະສິດພັດທະນາວິທະຍາສາດ, ນະວັດຕະກຳ ແລະ ຖືນີ້ແມ່ນການເລືອກເຟັ້ນຍຸດທະສາດ, ເພື່ອບຸກທະລຸ, ຮັບໃຊ້ຄວາມກ້າວຫນ້າສັງຄົມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 79. (ພາບ: TTXVN) ຫວຽດນາມ ພວມໃນໄລຍະສຳຄັນໃຫ້ແກ່ການຫັນປ່ຽນທິດໄປຍັງພື້ນຖານເສດຖະກິດ ດິຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະພວມໃຫ້ບຸລິມະສິດພັດທະນາຢ່າງແຮງດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອບຸກທະລຸກ່ຽວສະມັດຕະພາບ, ຄຸນນະພາບ ແລະ ເພີ່ມກຳລັງແກ້ງແຍ່ງຂອງພື້ນຖານເສດຖະກິດ.
TAG
VOV/VOVworld/ອຸດສາຫະກຳເຄື່ອງຊັກນຳໄຟຟ້າ/ພື້ນຖານໂຄງລ່າງ/ກຸ່ມບໍລິສັດໃຫຍ່
Related
More








