ໃຊ້ເລ່ຫລ່ຽມເສກສັນປັ້ນແຕ່ງກໍ່ບໍ່ອາດບິດເບື່ອນຄວາມຈິງສິດເສລີດ້ານສື່ມວນຊົນຂອງຫວຽດນາມ ໄດ້
12/05/2022 08:00
(VOVWORLD) -ເສກສັນປັ້ນແຕ່ງ, ເວົ້າເກີນໄປກ່ຽວກັບສະພາບການສິດເສລີດ້ານສື່ມວນຊົນຢູ່ ຫວຽດນາມ ແມ່ນ ເລ່ຫລ່ຽມ ຊື່ງບາງອົງການ, ເປົ້າໝາຍຫົວຮຸນແຮງ, ຂາດເຈດຕະນາດີຕໍ່ ຫວຽດນາມ, ໃນນັ້ນ ມີອົງການນັກຂ່າວບໍ່ມີພົມແດນ (RSF) ນຳໃຊ້. ວັນທີ 3 ພຶດສະພາປີ 2022, ອົງການ (RSF) ໄດ້ປະກາດອັນທີ່ເອີ້ນວ່າ “ຕາຕະລາງຈັດອັນດັບປະຈຳປີກ່ຽວກັບສິດເສລີດ້ານສື່ມວນຊົນ” ຈັດອັນດັບສິດເສລີດ້ານສື່ມວນຊົນໃນທົ່ວໂລກ, ໃນນັ້ນ ມີບາງຂໍ້ມູນຂ່າວບໍ່ຖືກກັບຄວາມຈິງກ່ຽວກັບສິດເສລີດ້ານສື່ມວນຊົນຂອງຫວຽດນາມ. ນີ້ແມ່ນເລ່ຫລ່ຽມອັນເກົ່າແກ່ ຊື່ງເຂົາເຈົ້າເອົາມາໃຊ້ໃຫມ່ ເພື່ອແນໃສ່ເຮັດໃຫ້ອິດທິພົນຊື່ສຽງດ້ານສິດທິມະນຸດຂອງຫວຽດນາມ ຢູ່ເວທີສາກົນ ຫລຸດລົງ.

ແຜນທີ່ສິດເສລີດ້ານສື່ມວນຊົນ ຂອງ ອົງການນັກຂ່າວບໍ່ມີພົມແດນ ໃນບົດລາຍງານ ດັດຊະນີສິດເສລີດ້ານສື່ມວນຊົນໂລກປີ 2022. (ພາບ:AFP)
TAG
VOV/VOVworld/ບໍ່ຂຶ້ນກັບລັດຖະບານ/ສິດເສລີດ້ານສື່ມວນຊົນ/ສິດທິມະນຸດ
Related
More








