VOV WorldVOV World
ບາດກ້າວເດີນໃໝ່ໃນການຮັບປະກັນເສລີພາບ ໃນການເຫຼື້ອມໃສ ສາສະໜາຂອງປະຊາຊົນ
16/09/2016 11:43
ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ ສາ​ສະ​ໜາພວມ​ຖືກ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ນຳ​ມາ​ປຶກ​ສາ ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 12-22/9. ຮ່າງ​ກົດ​ໝາຍສະ​ບັບ​ນີ້ ຄາດ​ວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ ໄໝ​ສາ​ມັນ​ຄັ້ງ​ທີ​ຈະ​ມາ​ເຖິງ, ແນ​ໃສ່​ສ້າງ​ລະ​ບົບ​ກົດ​ໝາຍ​ທີ່​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ແກ່​ການ​ເ​ຄື່ອນ​ໄຫວ ເຫຼື້ອມ​ໃສ ສາ​ສະ​ໜາຢູ່​ຫວຽນ​ດາມ
ບາດກ້າວເດີນໃໝ່ໃນການຮັບປະກັນເສລີພາບ ໃນການເຫຼື້ອມໃສ ສາສະໜາຂອງປະຊາຊົນ
   (vovworld)- ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ ສາ​ສະ​ໜາພວມ​ຖືກ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ນຳ​ມາ​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 3 ຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 12-22/9. ຮ່າງ​ກົດ​ໝາຍສະ​ບັບ​ນີ້ ຄາດ​ວ່າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ​ຈະ​ມາ​ເຖິງ, ແນ​ໃສ່​ສ້າງ​ລະ​ບົບ​ກົດ​ໝາຍ​ທີ່​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ແກ່​ການ​ເ​ຄື່ອນ​ໄຫວ ເຫຼື້ອມ​ໃສ ສາ​ສະ​ໜາຢູ່​ຫວຽນ​ດາມ. ຕໍ່​ໄປ​ນີ້, ນັກ​ຂ່າວທູ​ຮ​ວາມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ : “ບາດ​ກ້າວ​ເດີນ​ໃໝ່​ໃນ​ການ​ຮັບ​ປະ​ກັນ​ເສ​ລີ​ພາບ​ໃນການ​ເຫຼື້ອມ​ໃສ ສາ​ສະ​ໜາຂອງ​ປະ​ຊາ​ຊົນ” ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.   ພິທີປ່ອຍນົກສັນຕິພາບໃນວັນບຸນວິສາຂະບູຊາ        ຫວຽດ​ນາມ​ແມ່ນ​ປະ​ເທດ​ທີ່​ມີຫຼາຍ​ສາ​ສະ​ໜາ ແລະ ການ​ເຫຼື້ອ​ໃສ. ຕາມ​ການ​ປະ​ເມີນ​ແລ້ວ, ປະ​ມານ 95% ຈຳ​ນວນ​ປະ​ຊາ​ກອນ​ຫວຽດ​ນາມ​ໄດ້​ຮ່ວມ​ຊີ​ວິດ ການ​ເຫຼື້ອມ​ໃສ ສາ​ສະ​ໜາ. ໃນ​ນັ້ນ​ມີ​ສາ​ສະ​ນິກ​ກະ​ຊົນປະ​ມານ 20 ລ້ານ​ຄົ​ນ, 40 ອົງການ​ສາ​ສະ​ໜາທີ່​ຂຶ້ນ​ກັບ 14 ສາ​ສະ​ໜາ. ທົ່ວ​ປະ​ເທດ​ມີ​ຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກ​ເກ​ືອບ 83.000 ອົງ, ສະ​ຖານ​ທີ່​ເຄືອ່ນໄຫວ​ທາງ​ສາ​ສະ​ໜາ​ເກືອບ 28.000 ແຫ່ງ.     
TAG
vovworld

More