ບາດກ້າວຖອຍຫຼັງຂອງທຳນຽບຂາວໃນບັນຫາ TPP
18/06/2015 08:14
ດ້ວຍຈຳນວນ 236 ບັດເຫັນດີ ແລະ 189 ບັດຄັດຄ້ານນັ້ນ, ວັນທີ 17/6, ສະພາຕ່ຳອາເມລິກາໄດ້ເຫັນດີເປັນເອກະສັນເລື່ອນເວລາປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງກົດໝາຍດັດປັບການໜູນຊ່ວຍການຄ້າ (TAA)

ດ້ວຍຈຳນວນ 236 ບັດເຫັນດີ ແລະ 189 ບັດຄັດຄ້ານນັ້ນ, ວັນທີ 17/6, ສະພາຕ່ຳອາເມລິກາໄດ້ເຫັນດີເປັນເອກະສັນເລື່ອນເວລາປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງກົດໝາຍດັດປັບການໜູນຊ່ວຍການຄ້າ (TAA) ຊຶ່ງແມ່ນສ່ວນໜຶ່ງທີ່ສຳຄັນໃນຮ່າງກົດໝາຍກ່ຽວກັບສິດຊຸກຍູ້ການຄ້າ(ຫຼືເອີ້ນວ່າ ສິດເຈລະຈາໄວ TPA) ຮອດວັນທີ 30/7. ປະຈຸບັນ, ບັນຫາ TPA ໃນປະຈຸບັນ ແມ່ນຍັງບໍ່ທັນຮູ້ວ່າ ຈະເປັນແນວໃດ? ແຕ່ມີສິ່ງໜຶ່ງທີ່ເຊື່ອແນ່ວ່າ ຮ່າງກົດໝາຍທີ່ຍັງບໍ່ທັນໄດ້ຮັບຮອງເອົານັ້ນ ໄດ້ເຮັດໃຫ້ວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ TPP ຖືກຖອຍຫຼັງ ແລະ ວໍຊິງຕັນພວມຊຸກຍູ້, ພ້ອມທັງກໍສະແດງໃຫ້ເຫັນການແບ່ງແຍກຢ່າງເລິກເຊິ່ງຢູ່ພາຍໃນພັກປະຊາທິປະໄຕທີ່ພວມກຳອຳນາດບໍລິຫານ. ທຳນຽບຂາວ ດ້ວຍການຕໍ່ກຳນົດເວລານັ້ນ, ປະທານາທິບໍດີອາເມລິກາ Barack Obama ແລະ ບັນດາຜູ້ສະໜັບສະໜູນ TPA ຈະມີເວລາຕື່ມອີກເພື່ອຊອກຫາບັນດາວິທີການແກ້ໄຂກອບກູ້ເອົາຮ່າງກົດໝາຍຊຸກຍູ້ການຄ້ານີ້. ແຕ່ກາລະໂອກາດເພື່ອໃຫ້ ປະທານາທິບໍດີອາເມລິກາ Barack Obama ບັນລຸ TPA ແລະ ສຳເລັດ TPP ນັ້ນ, ຕາມຂໍ້ສັງເກດຂອງວົງການນັກສັງເກດການແລ້ວ ແມ່ນຕ່ຳທີ່ສຸດ ເພາະກ່ອນໜ້ານັ້ນ, ຮ່າງກົດໝາຍນີ້ໄດ້ປະສົບກັບການຄັດຄ້ານຢ່າງຮຸນແຮງ ຂະນະທີ່ອັດຕາສ່ວນບັດຄັດຄ້ານແມ່ນ 302 ບັດເມື່ອທຽບໃສ່ 126 ບັດເຫັນດີ. ສິ່ງທີ່ຜິດປົກກະຕິ, ນັ້ນແມ່ນຮ່າງກົດໝາຍນີ້ໂດຍແມ່ນບັນດາສະມາຊິກສະພາແຫ່ງຊາດສັງກັດພັກປະຊາທິປະໄຕຂອງປະທານາທິບໍດີອາເມລິກາ Barack Obama ເອງເປັນຜູ້ປະຕິເສດ.
TAG
vov/vovworld/ທຳນຽບຂາວ
Related
More








