VOV WorldVOV World
ບາດລ້ຽວໃໝ່ໃນການພົວພັນອາເມລິກາ-ກູບາ
18/12/2014 06:43
ເປັນ​ຄັ້ງ​ທຳ​ອິດ, ນັບ​ແຕ່​ປີ 1961 ມາ​ຮອດ​ປະ​ຈຸ​ບັນ, ອາ​ເມ​ລິ​ກາ ແລະ ກູ​ບາ ຈະ​ເລີ່ມ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ. ການ​ກະ​ທຳ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດນີ້ ຫາກ​ໍ​ຖືກ​ການ​ນຳ 2 ຝ່າຍ​ປະ​ກາດ​ເມື່ອ​ວັນ​ທີ 17/12 ແລະ ໃນ​ທັນ​ທີ່, ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ປະ​ຊາ​ຄົມ​ໂລກ.
ບາດລ້ຽວໃໝ່ໃນການພົວພັນອາເມລິກາ-ກູບາ
ເປັນ​ຄັ້ງ​ທຳ​ອິດ, ນັບ​ແຕ່​ປີ 1961 ມາ​ຮອດ​ປະ​ຈຸ​ບັນ, ອາ​ເມ​ລິ​ກາ ແລະ ກູ​ບາ ຈະ​ເລີ່ມ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ. ການ​ກະ​ທຳ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດນີ້ ຫາກ​ໍ​ຖືກ​ການ​ນຳ 2 ຝ່າຍ​ປະ​ກາດ​ເມື່ອ​ວັນ​ທີ 17/12 ແລະ ໃນ​ທັນ​ທີ, ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ປະ​ຊາ​ຄົມ​ໂລກ. ຂໍ້​ຕົກ​ລົງ​ນີ້ ໄດ້​ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ. ຕໍ່​ໄປ​ນີ້, ນັກ​ຂ່າວ​ແ້ອງ​ຮ​ວ່ຽນຂອງ VOV ມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ “ ບາດ​ລ້ຽວ​ໃໝ່​ໃນ​ການ​ພົວ​ພັນອາ​ເມ​ລິ​ກາ - ກູ​ບາ”. ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ. ວັນ​ທີ 17/12/2014 ໄດ້​ກາຍ​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ທີ່​ເຕັມ​ໄປ​ ດ້ວຍ​ພາ​ຍຸ​ລົມ​ແດງ​ລະ​ຫວ່າງອາ​ເມ​ລິ​ກາ ແລະ ກູ​ບາ​ໃນ​ກ່​ວາ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ ຂະ​ນະ​ທີ່​ທ່ານ​ປະ​ທານ​ກູ​ບາ Raul Castro ແລະ​ ປະ​ທານ​າ​ທິ​ບໍ​ດີອາ​ເມ​ລິ​ກາ Barack Obama ໄດ້​ພ້ອມ​ກັນ​ປະ​ກາດ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຄືນ​ ໃໝ່, ອັນ​ໄດ້​ເ​ປີດ​ຊ່ອງ​ທາງ​ໃຫ້​ແກ່​ການສ້າງ​ການ​ພົວ​ພັນ​ 2 ຝ່າຍເປັນ​ປົກ​ກະ​ຕິໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.   

More