VOV WorldVOV World
ຮັບມືຢ່າງມີໄຫວພິບ, ຕັດສິນໃຈກະທຳເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາ
21/10/2022 08:59
(VOVWORLD) - ການເຕີບໂຕເສດຖະກິດຂອງ ຫວຽດນາມ ໄດ້ຟື້ນຟູຢ່າງຕັ້ງໜ້ານັບແຕ່ຕົ້ນປີ 2022, ໃນຂະນະທີ່ຫຼາຍພື້ນຖານເສດຖະກິດໃນໂລກ ແລະ ພາກພື້ນຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ຄວາມສ່ຽງຊຸດໂຊມ. ອີກເທື່ອໜຶ່ງ, ຂໍ້ສັງເກດນີ້ໄດ້ເນັ້ນໜັກໃນບົດລາຍງານກ່ຽວກັບສະພາບເສດຖະກິດ - ສັງຄົມ, ທີ່ລັດຖະບານໄດ້ຍື່ນສະເໜີທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊິ່ງໄຂຂຶ້ນໃນວັນທີ 20 ຕຸລາ.
ຮັບມືຢ່າງມີໄຫວພິບ, ຕັດສິນໃຈກະທຳເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາ
 ບົດລາຍງານຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳສະເໜີກໍ່ຢັ້ງຢືນວ່າ: ປີ 2023, ຫວຽດນາມ ຈະສືບຕໍ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຍູ້ແຮງການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ແທດຈິງ ແລະ ມີປະສິດທິຜົນ.
TAG
VOV/VOVworld/ຟື້ນ​ຟູ/ເສດ​ຖະ​ກິດ/ການ​ຊຸດ​ໂຊມ/ພັດ​ທະ​ນາ​ດີ/ເຕີບ​ໂຕ

More