VOV WorldVOV World
ບັນດາໝາກຜົນພົ້ນເດັ່ນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ
01/06/2016 09:08
(vovworld)- ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ທຸກ​ຂັ້ນ​ອາ​ຍຸ​ການ 2016- 2021
ບັນດາໝາກຜົນພົ້ນເດັ່ນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນ
(vovworld)- ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ທຸກ​ຂັ້ນ​ອາ​ຍຸ​ການ 2016- 2021, ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ມີ​ຂອບ​ຂະ​ຫນາດ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ທີ່​ມີປະ​ຊາ​ທິ​ປະ​ໄຕ, ປ່ຽນ​ໃຫມ່, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ. ຜູ​້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ ແລະ ພັນ​ທະ​ຂອງ​ຕົນ​ໃນ​ການ​ຄັດ​ເລືອກ​ບັນ​ດາ​ຜູ້​ທີ່ສົມ​ເປັນ​ຕົວ​ແທນ​ຂອງຕົນ​ໃນ​ອົງ​ການ​​ອຳ​ນາດແຫ່ງ​ລັດ​ຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ. ໝາກ​ຜົນ​ການ​ເລືອກ​ຕັ້ງ​ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ຫນາ​ຢາກ​ໃຫ້ຜູ້​ເປັນ​ຕົວ​ແທນ​ຂອງ​ຕົນ​ປະ​ກອບກຳ​ລັງ​ເຫື່ອ​ແຮງ, ພູມ​ປັນ​ຍາ ປະ​ກອບ​ສ່ວນ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ.
TAG
vovworld/ການ​ເລືອກ​ຕັ້ງ​

More