VOV WorldVOV World
ບັນຫາຊາວມຸດສະລິມໄປນະມັດສະການ: ຄວາມເຄັ່ງຕຶງໃໝ່ລະຫວ່າງອີຣານ ແລະ ຊາອຸດິ ອາຣາເບຍ
09/06/2016 15:06
ຄວາມບໍ່​ລົງ​ລອຍ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ສຳ​ລັບ​ຊາວ​ມຸດ​ສະ​ລິມ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca ອີກ​ເ​ທື່ອໜຶ່ງ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຣານ ແລະ ຊາ​ອຸ​ດິ ອາ​ຣາ​ເບຍ
ບັນຫາຊາວມຸດສະລິມໄປນະມັດສະການ: ຄວາມເຄັ່ງຕຶງໃໝ່ລະຫວ່າງອີຣານ ແລະ ຊາອຸດິ ອາຣາເບຍ
ຄວາມບໍ່​ລົງ​ລອຍ​ກັນ​ໃນ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ສຳ​ລັບ​ຊາວ​ມຸດ​ສະ​ລິມ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca ອີກ​ເ​ທື່ອໜຶ່ງ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຣານ ແລະ ຊາ​ອຸ​ດິ ອາ​ຣາ​ເບຍ. ໃນ​ມໍ່ໆ​ມານີ້, ລັດ​ຖະ​ບານ​ອີ​ຣານ​ໄດ້​ຖະ​ແຫຼງວ່າ ປະ​ຊາ​ຊົນ​ຢູ່​ປະ​ເທດນີ້ ບໍ່​ເຂົ້າ​ຮ່ວມ​ການໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca ຢູ່ຊາ​ອຸ​ດິ ອາ​ຣາ​ເບຍ ຊຶ່ງ​ເລີ່ມ​ແຕ່​ເດືອນ​ມີ​ຖຸ​ນານີ້. ການ​ກະ​ທຳ​ນີ້ຄື​ດັ່ງ​ຖອກ​ນ້ຳ​ມັນ​ໃສ່​ແປວ​ໄຟ​ຕື່ມ​ອີກ​ເພື່ອ​ທຳ​ລາຍ​ສາຍ​ພົວ​ພັນ​ທີ່​ພວມ​ມີ​ຢູ່​ໃນ​ໄລ​ຍະ​ຊົ່ວ​ຮ້າຍ​ທີ່​ສຸດ​ລະ​ຫວ່າ​ງ 2 ປະ​ເທດ​ຕາ​ເວັນ​ອອກ​ກາງນີ້.   ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ນອກ​ສະ​ຖານ​ທູດ ຊາ​ອຸ​ດິ ອາ​ຣາ​ເບຍ ຢູ່​ເຕ​ເຮ​ຣານ  (ພາບ: AFP/TTXVN)        ນີ້​ເປັນ​ຄັ້ງ​ທຳ​ອິດໃນ​ຮອບ 30 ປີ, ບໍ່​ມີ​ຜູ້​ໄປນະ​ມັດ​ສະ​ການ​​ທີ່​ມາຈາກ​ອີ​ຣານຊຶ່ງ​ແມ່ນ​ປະ​ເທດ​ທີ່​ມີ​ປະ​ຊາ​ຄົມ​ຊາວ​ມຸດ​ສະ​ລິມ​ນິ​ກາຍຊີ​ອະໃຫຍ່ກວ່າ​ໝູ່​ໃນ​ໂລກເຄີຍ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca. ສາຍ​ເຫດ​​ທີ່​ພາ​ໄປ​ເຖິງກໍ​ລະ​ນີນີ້ແມ່ນ​ຍ້ອນ 2 ຝ່າຍບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃດໆ​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ຜູ້​ຄົນ​ຈາກ​ອີ​ຣານ​ໄປ​ນະ​ມັດ​ສະ​ການ​ຢູ່​ເຂດ​ສັກ​ສິດ Mecca.
TAG
vovworld/ຊາ​ອຸ​ດິ ອາ​ຣາ​ເບຍ

More