VOV WorldVOV World
ບັນຍາກາດລະດູບານໃໝ່ວຽນມາ
01/02/2022 09:16
(VOVWORLD) -ບັນດາຄຳແບ່ງປັນຄວາມຫວັງຂອງຊາວນະຄອນ ໂຮ່ຈີມິນ ກໍ່ແມ່ນຄວາມມຸ່ງຫວັງລວມຂອງ ປະຊາຊົນ ຫວຽດນາມ ເມື່ອໄດ້ຕ້ອນຮັບລະດູບານໃໝ່ພິເສດ ປີຂານ 2022
ບັນຍາກາດລະດູບານໃໝ່ວຽນມາ
ຢູ່ບໍລິເວນຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ປະດັບປະດາດ້ວຍດອກໄມ້ຢ່າງສວຍງາມ       ນ້ອງ ຫງວຽນຮວ່າງແອັງ ຢູ່ນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນຈຳນວນ 10 ສ່ວນບຸກຄົນໄດ້ຮັບລາງວັນອາສາສະໝັກລະດັບຊາດ ປີ 2021 ເວົ້າຄວາມໃນໃຈສູ່ຟັງວ່າ: “ໄລຍະທາງທີ່ຜ່ານມາໄດ້ຊ່ວຍໃຫ້ນ້ອງມີບັນດາບົດຮຽນ ກ່ຽວກັບວັນເວລາ,  ກ່ຽວກັບຄອບຄົວ, ກ່ຽວກັບຄວາມສາມັກຄີ. ຖ້າຫາກວ່າ ພວກເຮົາສາມັກຄີກັນ ພວກເຮົາກໍ່ສາມາດຜ່ານຜ່າຄວາມຫຍຸ້ງຍາກໄດ້. ປີ2022 ນ້ອງມີຄວາມຫວັງ ຢາກແຜ່ກະຈາຍບັນດາການກະທຳກຸສົນຂອງຕົນ  ເພື່ອໃຫ້ພວກເພື່ອນໜຸ່ມສາມາດຮ່ວມແຮງຮ່ວມໃຈ ແລະ ປະຕິບັດບັນດາວຽກງານທີ່ມີຄວາມໝາຍຫຼາຍກວ່າ ໃຫ້ແກ່ບັນດາຜູ້ຢູ່ອ້ອມຂ້າງ”. ນາງ ຟ້າມອວຽນຍີ ສັງກັດກອງອາສາສະໝັກ SOS ເຫືອງນາມ ນະຄອນ ໂຮ່ຈີມິນ ມີຍາດພີ່ນ້ອງ 8 ຄົນຖືກເສຍຊີວິດ ໃນໄລຍະເກີດໂລກລະບາດ, ນາງໄດ້ຜ່ານຜ່າຄວາມເຈັບປວດ ແລະ ສູນເສຍອັນໃຫຍ່ຫຼວງ ເພື່ອສືບຕໍ່ຊ່ວຍເຫຼືອບັນດາຜູ້ທີ່ມີສະພາບຫຍຸ້ງຍາກກວ່າຕົນເອງ ເປີດເຜີຍວ່າ: “ຍາມໃດພວກນ້ອງກໍ່ໄດ້ເວົ້າສູ່ກັນວ່າ ຈົ່ງມີຊີວິດຈົນສຸດຄວາມສາມາດຂອງຕົນ. ກຳລັງໄຟແຫ່ງກະຕືລືລົ້ນຂອງພວກນ້ອງຍັງຫຼວງຫຼາຍຢູ່ ດັ່ງນັ້ນ ກໍ່ສາມາດຊ່ວຍໃຫ້ປະຊາຊົນໄດ້ທຸກສິ່ງທີ່ເຮົາສາມາດເຮັດໄດ້. ກ່ຽວກັບອະນາຄົດນ້ອງເຫັນວ່າ ກໍ່ປຽບເໝືອນກ້າວເຂົ້າສູ່ໄລຍະໃໝ່, ນະຄອນ ໂຮ່ຈີມິນ ຈະຟື້ນຟູເສດຖະກິດ ການດຳລົງຊີວິດຈະມີຄວາມສະຫງົບສຸກກວ່າເກົ່າ”. ບັນຍາກາດລະດູບານໃໝ່ພິເສດ ພວມແຜ່ລາມໄປຍັງຖະໜົນສາຍຕ່າງໆໃນນະຄອນ ໂຮ່ຈີມິນ ຈາກທາງຮ່ອມຕະຫຼອດຮອດທາງຫຼວງ ຈາກບັນດາຂົງເຂດເສດຖະກິດຕະຫຼອດຮອດຊີວິດສັງຄົມ... ນະຄອນໄດ້ຫັນໂຕເພື່ອຕ້ອນຮັບລະດູບານໃໝ່ພິເສດ ລະດູບານໃໝ່ປີຂານ ໃນທ່ວງທ່າໃໝ່.  ທ່ານ ຫງວຽນທ້ຽນເຍິນ ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈີມິນ ຖືວ່າ: “ບັນດາປະຖົມປັດໄຈທາງດ້ານວັດຖຸ ແລະ ຈິດໃຈທີ່ສຳຄັນທີ່ສຸດ ຂອງພື້ນຖານເສດຖະກິດນະຄອນຍັງຄົງເໝືອນເດີມ  ພາຫະນະອຸປະກອນ ເຕັກໂນໂລຊີ ເຄື່ອງຈັກຂອງວິສາຫະກິດນັບແສນແຫ່ງຍັງຄືເກົ່າ. ການນຳບັນດາວິສາຫະກິດ, ພະນັກງານເຕັກນິກ ແລະ ກວ່າ 90% ຈຳນວນແຮງງານຍັງຄືເກົ່າ, ສາຍພົວພັນກັບບັນດາຄູ່ຮ່ວມມືກໍ່ຍັງຄືເກົ່າຢູ່. ເຈດຈຳນົງບືນຕົວຂຶ້ນຍັງແຂງແຮງທີ່ສຸດ”. ຕ໊ວນ ຊີອົງ      ພະລັງຊີວິດທີ່ແຂງແຮງ ຄວາມປະເອີບໃຈ ຄວາມອົບອຸ່ນຂອງຊາວນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຊາວ ຫວຽດນາມ ເວົ້າລວມ ໃນລະດູບານໃໝ່ໄດ້ແຜ່ລາມອອກສູ່ວົງຄະນາຍາດຊາວຕ່າງປະເທດ ພວມດຳລົງຊີວິດ ຮ່ຳຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ທ້າວ ຊີອົງ ຮົງຊູນ ຫຼື ຕ໊ວນ ຊີອົງ ຊາວ ສ ເກົາຫຼີ ໄດ້ກັບຄືນ ຫວຽດນາມ ໃນທ້າຍປີ 2021 ເພື່ອຮຽນປະລິນຍາໂທ ພະແນກພົວພັນສາກົນ ສະຖານບັນການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:  “ໃນເວລາໃກ້ຈະຮອດບຸນເຕັດ ຊາວຮ່າໂນ້ຍ ກໍ່ຂ້ອງຄາກັບວຽກງານທີ່ສຸດ. ເຂົາເຈົ້າມີການກະກຽມຫຼາຍສິ່ງຫຼາຍຢ່າງ. ຢູ່ຕາມຖະໜົນຫົນທາງ ກໍ່ເຫັນເຂົາເຈົ້າໄປຊື້ງ່າດອກຄາຍມາປະດັບປະດາເຮືອນຊານ ເພື່ອຕ້ອນຮັບປີໃໝ່ ປີຂານ. ນ້ອງເຫັນວ່າ ຊາວ ຫວຽດນາມ ມີຄວາມເອົາໃຈໃສ່ເຖິງບຸນເຕັດທີ່ສຸດ”. ກໍ່ເຊັ່ນດຽວກັນກັບ ຕ໊ວນ ຊີອົງ ປີນີ້ນັກທຸລະກິດ ຫຼິນບາຫຼຽນ ຊາວຈີນ ໄດ້ຕ້ອນຮັບບຸນເຕັດຄັ້ງທຳອິດຢູ່ ຫວຽດນາມ ລາວຮູ້ສຶກມີຄວາມອົບອຸ່ນ ຍ້ອນຄວາມເອົາໃຈໃສ່ ແລະ ແບ່ງປັນຂອງຊາວ ຫວຽດນາມ ຢູ່ອ້ອມຂ້າງ. ນາງ ຫຼິນບາຫຼຽນ ໃຫ້ຮູ້ວ່າ: “ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂ້າພະເຈົ້າໄດ້ໄປທ່ຽວຊົມຢູ່ໜອງ ຮວ່ານກ໊ຽມ. ວັນທີໜຶ່ງຂອງບຸນເຕັດ ຂ້າພະເຈົ້າໄປຢ້ຽມຊົມທິວທັດຢູ່ວັດຕ່າງໆໃນ ຮ່າໂນ້ຍ. ບັນດາວັດວາອາຮາມຢູ່ ຫວຽດນາມ ເວົ້າລວມ ເວົ້າສະເພາະຢູ່ ຮ່າໂນ້ຍ ກໍ່ມີຈຸດຄ້າຍຄືກັນກັບປະເທດຂອງຂ້າພະເຈົ້າ ດັ່ງນັ້ນກໍ່ໄດ້ເປັນການຊ່ວຍຂ້າພະເຈົ້າບັນເທົາຄວາມຄິດຮອດຄອບຄົວ. ຂ້າພະເຈົ້າມີຄວາມໂຊກດີທີ່ ໄດ້ຮັບຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂດີທີ່ສຸດ ຈາກບັນດາເພື່ອນ ຫວຽດນາມ”.       ໂດຍມີຄວາມຮູ້ສຶກ ແລະ ເຂົ້າໃຈເຖິງຈິດໃຈຄວາມຮັກແພງ ທີ່ອົບອຸ່ນຂອງຊາວ ຫວຽດນາມ, ຄວາມປະເອີບໃຈ ພາຍຫຼັງທີ່ປະສົບກັບຄວາມຫຍຸ້ງຍາກນາໆປະການ ຍ້ອນໂຄວິດ - 19 ກໍ່ຂຶ້ນ, ຊາວຕ່າງປະເທດຫຼາຍຄົນກໍ່ມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ຫວຽດນາມ ໃນປີໃໝ່ ຈະສາມາດຟື້ນຟູ ແລະ ພັດທະນາຢ່າງໝັ້ນຄົງ          ຮ່ວມເດີນທາງພ້ອມກັບປະຊາຊົນຢູ່ພາຍໃນປະເທດ ການເຂົ້າຮ່ວມຂອງໄວໜຸ່ມຊາວ ຫວຽດນາມ ຢູ່ຕ່າງປະເທດ ກໍ່ພວມສ້າງກະແສລົມໃໝ່ ໃຫ້ແກ່ລະດູບານໃໝ່ພິເສດ, ໃຫ້ແກ່ການພັດທະນາຂອງປະເທດຊາດ.
TAG
VOV/VOVworld/ບຸນ​ເຕັດ/ບຸນ​ປີ​ໃໝ່

More