VOV WorldVOV World
ຮັບປະກັນການປະຕິບັດຫນ້າທີ່ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງມີໄຊ
08/05/2015 08:37
(vovworld)-ກອງ​ປະ​ຊຸມ​ຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ອັດ​ລົງ​ເມື່ອ​ວັນ​ທີ 7/5 ຢູ່ ຮ່າ​ໂນ້ຍ ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 4 ວັນ
ຮັບປະກັນການປະຕິບັດຫນ້າທີ່ກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຢ່າງມີໄຊ
(vovworld)-ກອງ​ປະ​ຊຸມ​ຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ອັດ​ລົງ​ເມື່ອ​ວັນ​ທີ 7/5 ຢູ່ ຮ່າ​ໂນ້ຍ ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 4 ວັນ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ດ້ວຍ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ, ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດປະ​ດິດ​ສ້າງ, ຈີນ​ຕະ​ນາ​ການ​ເອ​ກະ​ລາດ​ຢ່າງ​ສູງ​ສຸດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ຂອງ​ຜູ້​ແທນ​ແຕ່​ລະ​ຄົນຕໍ່​ພັກ, ​ປະ​ຊາ​ຊົນ ແລະ ​ປະ​ເທດຊາດ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ໄດ້​ຄົ້ນ​ຄ້​ວາ, ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ຢ່າງ​ເລິກ​ເຊິ່ງ, ລະ​ອ​ຽດ ຕາມ​ໂຄງ​ການ​ດຳ​ເນີນ​ງານ, ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ບຸກ​ຄະ​ລາ​ກອນ ແລະ ເຂົ້າ​ຮ່ວມ​ການ​ສ້າງ, ຕົກ​ລົງ​ແນວ​ທາງ, ຫນ້າ​ທີ່​ການ​ເມືອງ​ຂອງ​ພັກໃນອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ຊຸດ​ທີ 12. ໃນ​ລາຍ​ການ​ສະ​ຖາ​ນະ​ການ​ການ​ເມືອງ​ພາກນີ້ ພວກ​ເຮົາ​ຄັດ​ສະ​ເຫນີ​ເນື້ອ​ໃນ​ດັ່ງ​ກ່າວ​ໃນ​ບົດ​ກ່າວ​ປາ​ໄສ​ອັດ​ກອງ​ປະ​ຊຸມຄັ້ງ​ທີ 11 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຫງວຽນ​ຟູ​ຈ້ອງ. ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
TAG
vovworld/ເລ​ຂາ​ທິ​ການ​ໃຫຍ່

More